ວ່າດ້ວຍເລື່ອງຮູບ ແລະ ລິຂະສິດຮູບ

ບາງຄົນອາດຈະບໍ່ເຄີຍສົງໃສວ່າ ຮູບຕ່າງໆທີ່ເຮົາຄົ້ນໄດ້ຈາກໃນ Google ພວກນັ້ນ ມັນມາແຕ່ໃສ ໃຜເປັນເຈົ້າຂອງ ຫຼືອາດຈະເຄີຍຄິດ ແຕ່ເຫັນວ່າມັນເປັນເລື່ອງໄກຕົວ ເຖິງເຮົາຈະນຳຮູບພາບພວກນັ້ນໄປໃຊ້ ເຈົ້າຂອງຮູບກໍ່ຄົງຈະບໍ່ຮູ້ ບໍ່ໃສ່ໃຈ

ແຕ່! ຄວາມຈິງອາດບໍ່ເປັນແນວນັ້ນສະເໝີໄປ

ມາເບິ່ງສິ່ງທີ່ຄວນຮູ້ກ່ຽວກັບຮູບ ແລະ ລິຂະສິດຮູບກັນ

1. ຮູບທຸກຮູບໃນ Internet ມີເຈົ້າຂອງ

ວ່າດ້ວຍເລື່ອງຮູບຕ່າງໆໃນອິນເຕີເນັດ, ໃຜທີ່ຍັງບໍ່ຮູ້ ແມ່ນຂໍໃຫ້ທຳຄວາມເຂົ້າໃຈກັນໃໝ່ ວ່າທຸກໆຮູບເຫຼົ້ານັ້ນ ລ້ວນແຕ່ ມີເຈົ້າຂອງ ແລະ ໄດ້ຮັບການຄຸ້ມຄອງທາງລິຂະສິດຕັ້ງແຕ່ວິນາທີທຳອິດທີ່ຮູບນັ້ນໄດ້ຖືກສ້າງຂຶ້ນ

ທັງນີ້ ບໍ່ໄດ້ນັບລວມແຕ່ຮູບພາບເທົ່ານັ້ນ ແຕ່ເວົ້າລວມເຖິງ ສື່ສ້າງສັນຕ່າງໆອີກ ເປັນຕົ້ນ ເພງ, templete ຊອບແວ, ນິຍາຍ, ບົດຄວາມຕ່າງໆ ແລະ ອື່ນໆ

2. ການນຳຮູບທີ່ບໍ່ຮູ້ແຫຼ່ງທີ່ມາ ມາໃຊ້ ຖືເປັນການລະເມີດລິຂະສິດ!

ຫຼາຍຄົນອາດຈະເຄີຍນຳຮູບທີ່ຄົ້ນມາຈາກໃນ Google ມາໃຊ້ປະກອບກັບບົດລາຍງານ ປະດັບເວັບໄຊ ຫຼື ອາດນຳໄປໃຊ້ໃນຮູບແບບອື່ນໆ ເຊິ່ງຮູບເຫຼົ່ານັ້ນ ມີເຈົ້າຂອງລຶຂະສິດ ຖ້າເຂົາເຈົ້າມາເຫັນ ເຈົ້າຂອງລິຂະສິດສາມາດຟ້ອງຮ້ອງໄດ້!

ທັງນີ້ທັງນັ້ນ ໂດຍທົ່ວໄປ ຖ້າບໍ່ໄດ້ນຳຮູບພາບເຫຼົ່ານັ້ນໄປໃຊ້ໃນທາງໂຄສະນາ ສື່ສິ່ງພິມ ຫຼື ໃຊ້ໃນທາງການຄ້າ ເຈົ້າຂອງລິຂະສິດອາດຈະບໍ່ຖືສາ (ແຕ່ບາງຄົນກໍ່ຖື)

ແຕ່ເຄີຍມີກໍລະນີທີ່ Web Designer ຄົນໜຶ່ງ ນຳເອົາຮູບພາບມາໃຊ້ປະກອບເວັບໄຊ ໂດຍທີ່ບໍ່ຮູ້ວ່າຮູບນັ້ນເປັນຮູບຈາກ Photo Stock ທີ່ເຂົາເຈົ້າໃຊ້ສຳລັບການຂາຍ ຫຼັງຈາກນັ້ນ ມື້ໜຶ່ງ ເຈົ້າຂອງຮູບໄດ້ມາຟ້ອງຮ້ອງ ເອີ້ນຄ່າເສີຍຫາຍໄລ່ຄືນຕາມເວລາທີ່ໄດ້ໃຊ້ຮູບນັ້ນໄປ ຕົກເປັນເງິນຫຼາຍລ້ານ

ເຄີຍມີກໍລະນີ ກັອບນິຍາຍ ຈົນໄດຕິີພິມເປັນປຶ້ມ ຜົນສຸດທ້າຍເມື່ອມີຄົນຮູ້ ທາງ ສຳນັກພິມໄດ້ເອີ້ນເກັບຄືນປຶ້ມເຫຼົ່ານັ້ນມາເຜົາທຳລາຍ

ນອກຈາກນີ້ ຍັງເຄີຍມີກໍລະນີດຣາມາ ເລື່ອງນັກແຕ້ມຮູບ ທີ່ຖືກນຳເອົາຮູບແຕ້ມນັ້ນ ໄປໃຊ້ໃນທາງໂຄສະນາ ຫຼື ໄປໃຊ້ໃນທາງສ່ວນຕົວອື່ນໆ. ຝ່າຍນັກແຕ້ມຂໍໃຫ້ເຊົານຳເອົາຮູບນັ້ນໄປໃຊ້ ສ່ວນ ຝ່າຍທີ່ນຳໄປໃຊ້ກໍ່ຫາວ່າຮູບທີ່ເອົາມາລົງໃນເນັດແລ້ວ ໃຜຊິໃຊ້ກໍ່ໄດ້

ຄິດວ່າຝ່າຍໃດກັນທີ່ຖືກ?

 ນອກຈາກນີ້ຍັງມີອີກຫຼາຍກໍລະນີ ທີ່ເຄີຍເກີດຂຶ້ນໃນດ້ານການລະເມີດລິຂະສິດຮູບພາບ ທາງອິນເຕີເນັດ ເຊັ່ນ:

- ການນຳຮູບນັ້ນໄປໃຊ້ໂດຍບໍ່ໄດ້ຂໍອະນຸຍາດ (ບໍ່ວ່າທາງສ່ວນຕົວ ຫຼື ທາງສື່ໂຄສະນາ)
- ການແອບອ້າງວ່າເປັນເຈົ້າຂອງຮູບ
- ການດັດແປງແກ້ໄຂຮູບໂດຍບໍ່ໄດ້ຂໍອະນຸຍາດ
- ການນຳໄປໃຊ້ໂດຍບໍ່ໃຫ້ Credit ເຈົ້າຂອງຮູບ
- ການຕັດເອົາບາງສ່ວນຂອງສື່ສ້າງສັນເຫຼົ່ານັ້ນ ມາໃຊ້ໃນຮູບຂອງຕົນເອງ
- ການເຈດຕະນາ ກັອບ ໂຄງຮ່າງ ທ່າທາງ ສີສັນ ຈາກຮູບແຕ້ມຂອງຄົນອື່ນ ໂດຍບໍ່ໃຫ້ Credit

ຄວນຮູ້ໄວ້ວ່າ ການລະເມີດລິຂະສິດເຫຼົ່ານີ້ ເຈົ້າຂອງຮູບ ສາມາດຟ້ອງຮ້ອງໄດ້!

ກໍລະນີດຣາມາທີ່ເຄີຍເກີດຂຶ້ນ (ເອົາໄປອ່ານໄວ້ເປັນວິທະຍາທານ)

http://akibatan.com/2012/06/muv-luv-character-designer-fired-over-tracing-controversy/

(ມີຫຼາຍຂ່າວ ເຮົາຫາລິ້ງບໍ່ເຈິແລ້ວ U v U' ເສຍດາຍທີ່ບໍ່ໄດ້ເກັບໄວ້ມາໃຫ້ອ່ານກັນ)

3. ລິຂະສິດຈາກສື່ສ້າງສັນ ບໍ່ແມ່ນເລື່ອງໄກຕົວ

ຫຼາຍຄົນອາດມີຂໍ້ສົງໃສວ່າ... ເປັນຫຍັງຕ້ອງຈິງຈັງກັບເລື່ອງລິຂະສິດ?

ເພາະ ເຮົາບໍ່ຄວນລັກສິ່ງທີ່ຄົນອື່ນສ້າງສັນຂຶ້ນມາໂດຍບໍ່ໄດ້ຂໍອະນຸຍາດ... ມັນເປັນ Common Sense ໃນໂລກຄວາມຈິງ ແຕ່ຂ້ອນຂ້າງຫຼະຫຼວມ ໃນໂລກໄຊເບີ ເນື່ອງຈາກ ເຮົາບໍ່ເຄີຍຮູ້ວ່າເຈົ້າຂອງແມ່ນໃຜ ຢູ່ມຸມໃດຂອງໂລກ ແລະບໍ່ຄິດວ່າເຈົ້າຂອງຈະມາຄົ້ນພົບສິ່ງທີ່ເຮົານຳໄປໃຊ້ໂດຍລະເມີດລິຂະສິດ

ແຕ່ ມື້ໃດມື້ໜຶ່ງ ຜູ້ເປັນເຈົ້າຂອງອາດຈະຮູ້ກໍ່ເປັນໄດ້ ຫຼືຖ້າບໍ່ແມ່ນເຈົ້າຂອງ ກໍ່ອາດຈະເປັນຄົນອື່ນໆມາຮູ້ ຖ້າເຮົານຳໃຊ້ຮູບນັ້ນໃນສື່ສິ່ງພິມ ໃນເວັບໄຊ ກໍ່ອາດເປັນການສ້າງພາບພົດບໍ່ດີໃຫ້ແກ່ສະຖາບັນ ຫຼື ອາດລວມເຖິງຊັບສິນ ເມື່ອເກີດມີການຟ້ອງຮ້ອງຂຶ້ນ

ເພາະສະນັ້ນ ຄວນຈະກັນໄວ້ດີກວ່າແກ້ ຈະເປັນການດີກວ່າ



ວິຊາທີ່(ບໍ່)ຄວນສຶກສາກ່ອນເຂົ້າຫ້ອງເສັງ

(ແປະເກັບ)


ສະບາຍດີທຸກໆທ່ານທີ່ຫລົງເຂົ້າມາ


ກ່ອນອື່ນຕ້ອງຂໍບອກກ່ອນວ່າ ໄດຯນີ້ຂຽນຂຶ້ນມາເພື່ອຄວາມບັນເທີງເທົ່ານັ້ນ ແລະອອກຈະໄຮ້ສາລະຫນ້ອຍຫນຶ່ງຫາຫລາຍເຕີບ ກະລຸນາໃຊ້ວິຈາລະນະຍານໃນການອ່ານ ^_^


ສຳລັບນັກຮຽນນັກສຶກສາ ໃນຊ່ວງນີ້ກະຄົງຈະກຳລັງກຽມຈະສອບເສັງກັນຢູ່ (ຫລືບາງຄົນອາດຈະເສັງໄປແລ້ວ?)

ເມື່ອເວົ້າເຖິງການເສັງ ກະຫລີກລ້ຽງບໍ່ໄດ້ທີ່ຈະມີການ "ກ່າຍ"

ຈາກການທີ່ໄດ້ຍ່າງເຂົ້າຫ້ອງເສັງມາຫລາຍຮອບແລ້ວ ຈຶ່ງເຄີຍໄດ້ເຫັນຍຸດທະວິທີການກ່າຍຫລາກຫລາຍຮູບແບບ ເຫິໆ

ຕ້ອງຂໍບອກໄວ້ວ່າ ເມື່ອທ່ານກ້າວເຂົ້າສູ່ຫ້ອງສອບເສັງ ທ່ານຈະໄດ້ພົບກັບແດນສົນທະຍາ(?) ເຊິ່ງຜູ້ທີ່ສຶກສາວິຊາທັງຫລາຍມາຈະໃຊ້ຄວາມຮູ້ທັງຫມົດທີ່ໄດ້ຮຽນມາໃຫ້ເປັນປະໂຫຍດ ເປັນຕົ້ນແມ່ນ ສຳຜັດທັງ5 ຫລືແມ້ແຕ່ພະລັງຈິດ ຊິກເຊັ້ນ ແລະອື່ນໆ

ປະສາດສຳຜັດທຸກສ່ວນຈະຖືກເຫລົາໃຫ້ແຫລມຄົມ ຈົນຮັບຮູ້ເຖິງທຸກສັບພະສິ່ງ ແມ້ແຕ່ຕົວຫນັງສືໃນເຈ້ຍຂອງຄົນທີ່ຢູ່ໄກອອກໄປ ເຫມືອນເປັນພະລັງຈິດຢ່າງຫນຶ່ງ ຮຶໆ

ຕໍ່ໄປນີ້ຈະຂໍສະເຫນີວິຊາພະລັງຈິດທີ່ຈະເຫັນໄດ້ແຕ່ສະເພາະໃນຫ້ອງເສັງ ເຊິ່ງທ່ານໆຫລາຍໆຄົນອາດຈະເຄີຍເຫັນ ຫລືຍັງບໍ່ເຄີຍເຫັນ ນັ້ນກໍ່ຄື.......



1. ວິຊາຫູທິບ


ພົບເຫັນໄດ້ທົ່ວໄປໃນຫລາຍໆຫ້ອງເສັງ ຜູ້ທີ່ໃຊ້ວິຊານີ້ ມັກຈະມີຄວາມສາມາດໃນການຟັງເປັນເລີດ ໂດຍສະເພາະສຽງຂອງຄົນທີ່ນັ່ງຢູ່ບໍລິເວນອ້ອມຂ້າງ ພວກເຂົາຈະມີຄວາມສາມາດໃນການແຍກສຽງ ລະຫວ່າງຄຳຕອບທີ່ຖືກຕ້ອງ ແລະບົດສົນທະນາທົ່ວໄປ ເຊິ່ງຕ້ອງອາໃສຄວາມຊຳນິຊຳນານ ແລະຈິນຕະນາການສູງ


alt


ຜູ້ທີ່ບັນລຸວິຊາຫູທິບ ຈະສາມາດໄດ້ຍິນສຽງ "ຄຳຕອບ" ທີ່ຢູ່ໄກອອກໄປໄດ້ຫລາຍແມັດໄດ້ ເຖິງວ່າສຽງນັ້ນຈະເບົາປານໃດກໍ່ຕາມ

ຂໍ້ດີຂອງວິຊານີ້ ແນບນຽນ ໄຮ້ຫລັກຖານ ແລະບໍ່ມີທາງຈັບໄດ້

ຂໍ້ເສຍ ວິຊາຫຼູທິບຈະໄຮ້ປະໂຫຍດໃນທັນທີ ຖ້າຫາກໃນຫ້ອງເສັງນັ້ນ ບໍ່ມີຄົນລົມກັນ ເພາະສະນັ້ນຜູ້ທີ່ຕ້ອງການຝຶກວິຊານີ້ ຕ້ອງພິຈາລະນາໃຫ້ດີກ່ອນ




2. ວິຊາຕາທິບ


ຜູ້ທີ່ມີວິຊານີ້ ມັກຈະໄດ້ມາພ້ອມວິຊາຕາເຫລ່ ແລະວິຊາຄໍຍາວ (ອາດຈະມີວິຊາມືຍາວແຖມມານຳ) ສາມາດພົບເຫັນຜູ້ມີວິຊານີ້ໄດ້ຕາມຫ້ອງເສັງທົ່ວໄປ

ເຊັ່ນດຽວກັນກັບວິຊາຫູທິບ ເຊິ່ງຕາຂອງຜູ້ມີວິຊາຕາທິບ ຈະດີກວ່າຄົນອື່ນ ນັ້ນຄື ພວກເຂົ້າສາມາດສະແກນຫາຄຳຕອບທີ່ຖືກຕ້ອງໄດ້ໃນເວລາອັນສັ້ນ ສາມາຮຽບຮຽນປະໂຫຍກໃນສະຫມອງໄດ້ຢ່າງໄວວາ

ຖ້າເປົ້າຫມາຍຂອງພວກທີ່ໃຊ້ວິຊາຕາທິບນັ່ງຢູ່ຂ້າງໆ ຕາຂອງພວກເຂົາຈະຄ່ອຍໆເຫລ່~ໄປ ພ້ອມກັບຄໍທີ່ຄ່ອຍໆຍາວອອກ ຍາວອອກ~


alt

ຜູ້ທີ່ບັນລຸວິຊາຕາທິບ ຈະສາມາດແນມເຫັນຄຳຕອບໃນເຈ້ຍຂອງຄົນທີ່ນັ່ງຢູ່ໄກອອກໄປໄດ້ ດ້ວຍສາຍຕາທີ່ດີເປັນເລີດ ແລະແນບນຽນຈົນບໍ່ອາດຈັບໄດ້

ຂໍ້ດີ ສາມາດເບິ່ງຄຳຕອບໄດ້ໄວ ແລະງ່າຍ

ຂໍ້ເສຍ ຖ້າທ່ານຍັງຝຶກວິຊານີ້ບໍ່ສຳເລັດ ອາດມີຄວາມສຽງຕໍ່ການຖືກຈັບໄດ້ສູງ




3. ວິຊາສະກົດຈິດ


ຫລືເອີ້ນອີກແບບຫນຶ່ງຄື ວິຊາຂົ່ມຂູ່ ວິຊານີ້ ອາດຈະພົບເຫັນໄດ້ຫນ້ອຍກວ່າສອງວິຊາຂ້າງເທິງ

ຕາມເອກກະສານ(?) ອ້າງອີງວ່າ ວິຊາສະກົດຈິດ ເປັນວິຊາທີ່ແຕກຂະແຫນງມາຈາກ ວິຊາຕາທິບ

ຜູ້ທີ່ໃຊ້ວິຊາສະກົດຈິດ ຈະສາມາດໃຊ້ສາຍຕາເປັນອາວຸດ ສາມາດເຮັດໃຫ້ເປົ້າຫມາຍເຮັດຕາມທີ່ເຮົາຕ້ອງການໄດ້


alt

ສາຍຕາຂອງຜູ້ໃຊ້ວິຊາສະກົດຈິດ ອາດສາມາດຕີຄວາມຫມາຍໄດ້ຫລາຍຄວາມ ເຊັ່ນວ່າ:

"ເອົາເຈ້ຍມາໃຫ້ຂ້ອຍກ່າຍດ໋ຽວນີ້"

"ຂຽນຊື່ຂ້ອຍແທນຊື່ເຈັ້າໃນເຈ້ຍນັ້ນດ໋ຽວນີ້"

"ບອກມາຄຳຕອບແມ່ນຫຍັງ"

"ຊິໃຫ້ກ່າຍຫລືບໍ່!?"

ແລະອື່ນໆອີກສາລະພັດ ຂຶ້ນກັບຄວາມສາມາດຂອງຜູ້ໃຊ້ວິຊາ

ຜູ້ທີ່ບັນລຸວິຊາສະກົດຈິດ ຈະສາມາດສັ່ງການຜູ້ຄົນອ້ອມຂ້າງໄດ້ຕາມໃຈມັກ

ຂໍ້ດີ ເຮັດໃຫ້ສາມາດເອົາຄຳຕອບທີ່ຖືກຕ້ອງມາໄດ້ໂດຍບໍ່ເປືອງແຮງຫລາຍ

ຂໍ້ເສຍ ສ່ຽງຕໍ່ການຖືກຄົນອື່ນຊັງສູງ




4. ວິຊາເຊື່ອງຊ້ອນ


ວິຊານີ້ເປັນອີກວິຊາຫນຶ່ງທີ່ນິຍົມໃຊ້ກັນແຜ່ຫລາຍມາຕັ້ງແຕ່ອະດີດເຖິງປັດຈຸບັນ

ຜູ້ທີ່ຮຽນວິຊານີ້ ຈຳເປັນຕ້ອງມີການກຽມການລ່ວງຫນ້າ ເຊິ່ງຕ້ອງມີອຸປະກອນເລັກໆນ້ອຍໆ ພ້ອມກັບເທັກນິກ ຄວາມຊຳນານ ຂ້ອນຂ້າງສູງ ຂຶ້ນກັບຄວາມສາມາດຂອງແຕ່ລະຄົນ

ວິຊານີ້ເປັນວິຊາທີ່ຕ້ອງມີການລົງທຶນລົງແຮງ ປັບແປງປັບປຸງ ແກ້ໄຂ ເລັກໆນ້ອຍໆ ເປັນຕົ້ນແມ່ນ ການປັບປຸ່ງໃຫ້ມີ "ຖົງລັບ" ໃນເສື້ອຜ້າຂອງຜູ້ກ່ຽວ

ຫລືເທັກນິກ ວິຊາການເຊື່ອງຊ້ອນທຸກຊະນິດ ທີ່ຈະສາມາດນຳ "ເຈ້ຍນ້ອຍ" ເຂົ້າໄປໃນຫ້ອງເສັງໄດ້

ເຊັ່ນ ຍັດໃສ່ໃນຢາງລຶບ (ເປັນຕົ້ນແມ່ນຢ່າງລຶບທີ່ມີຊົບ)

alt

ບາງຄົນອາດລົງມືກະທຳການແບບຊຶ່ງໆຫນ້າ ຫລືບາງຄົນອາດຈະໃຊ້ວິທີອັນແນບນຽນແລະບໍ່ມີທາງຈັບໄດ້

ຜູ້ທີ່ບັນລຸວິຊານີ້ ຈະສາມາດນຳ "ເຈ້ຍນ້ອຍ" ເຂົ້າໄປໃນຫ້ອງເສັງເທື່ອລະຫລາຍໆໄດ້ ພ້ອມທັງສາມາດໃນການເບິ່ງ "ເຈ້ຍນ້ອຍ" ໃນຫ້ອງເສັງໄດ້ຢ່າງແນບນຽນ

ຂໍ້ດີ ສາມາດຫາຄຳຕອບທີ່ຖືກຕ້ອງ 100% ໄດ້ດ້ວຍຕົນເອງ (ຖ້າກ່າຍຖືກຂໍ້)

ຂໍ້ເສຍ ສ່ຽງຕໍ່ການຈັບໄດ້ສູງ ແລະຖ້າຖືກຈັບໄດ້ ຈະດິ້ນບໍ່ຫລຸດ ເນື່ອງຈາກມີຫລັກຖານໄວ້ໃນຄອບຄອງ ດັງນັ້ນຜູ້ທີ່ຄິດຈະຮຽນວິຊານີ້ ຄວນຈະພິຈາລະນາໃຫ້ຖີ່ຖ້ວນ




5. ວິຊາລະຫັດລັບ


ວິຊານີ້ ແຕກຂະແຫນງໄປຫລາຍສາຂາ ແລະພົບເຫັນໄດ້ຫນ້ອຍ ຈົນເກືອບຈະສາບສູນໄປຈາກຫ້ອງເສັງແລ້ວ(ຫລືບໍ່?)

ລະຫັດຂອງວິຊາລະຫັດລັບ ອາດເປັນໄປໄດ້ໃນຫລາຍຮູບແບບ ເຊັ່ນ ການສົ່ງສັນຍານ, ການຍິກຄິ້ວ, ການກະພິບຕາ, ການເຮັດບິກ ສໍ ຫລືບັນທັດຕົກ ແລະອື່ນໆ

ເຄີຍມີແບບຢ່າງຂອງວິຊາລະຫັດລັບທີ່ກາຍເປັນ "ຕຳນານ" ມາກ່ອນ ນັ້ນຄືວິຊາລະຫັດມອສ ຫລືກໍ່ຄື "ການເຄາະ"


alt


ແຕ່ເນື່ອງຈາກລະຫັດມອສເປັນລະຫັດທີ່ອ່ານໄດ້ຍາກ ມັນຈຶ່ງກາຍເປັນລະຫັສທີ່ຫາຍສາບສູນໄປຈາກຫ້ອງເສັງເປັນເວລາດົນນານແລ້ວ


alt



ຍັງມີວິຊາອີກຫລາກຫລາຍວິຊາ ທີ່ຈອມຍຸດທັງຫລາຍໃຝ່ສຶກສາ ເພື່ອໃຫ້ໄດ້ມາຊຶ່ງ "ຄຳຕອບທີ່ຖືກຕ້ອງ" ບາງຄົນສາມາດສຳເລັດວິຊາໄດ້ເຖິງຂັ້ນ "ເທບ" ເຊິ່ງອາດຕ້ອງໃຊ້ເວລາຫລາຍປີ ກວ່າຈະບັນລຸເຖິງຂັ້ນປະລຳມາຈານໄດ້

ແຕ່ ບໍ່ວ່າຈະເປັນວິຊາໃດກໍ່ຕາມ ຄວນຈະພິຈາລະນາໃຫ້ດີກ່ອນໃຊ້ ເພາະທ່ານອາດສ່ຽງຕໍ່ການຕ້ອງອອກໄປຈາກຫ້ອງເສັງໄວກ່ອນກຳນົດກໍ່ເປັນໄດ້ ແລະເມື່ອເຖິງເວລານັ້ນ ວິຊາໃດໆກໍ່ຄົງບໍ່ອາດຊ່ວຍທ່ານໃດ້ ^w^


alt



ໄດຯນີ້ ບໍ່ໄດ້ຂຽນຂຶ້ນມາເພື່ອສະຫນັບສະຫນຸນການກ່າຍແຕ່ຢ່າງໃດ

ສຸດທ້າຍນີ້ຂໍຝາກໄວ້ວ່າ ເຮັດດ້ວຍຕົນເອງ ຄວາມສາມາດຂອງຕົນເອງດີທີ່ສຸດເນີ້ທຸກທ່ານ ຮຸຮຸ

ຂໍໃຫ້ທຸກທ່ານໂຊກດີໃນການເສັງເນີ້ ^^

ຂໍອະໄພຖ້າຮູບແຕ້ມມັນອອກຈະມົ້ວໆຫນ້ອຍຫນຶ່ງ =w=



ຂໍຂອບໃຈທຸກໆທ່ານທີ່ເຂົ້າມາອ່ານ

[ເລື່ອງສັ້ນ] ຊີວິດຂອງ...

ເອົາມາແປະເກັບໄວ້

ເລື່ອງສັ້ນເລື່ອງນີ້ ເປັນເລື່ອງແນວ ສະທ້ອນສັງຄົມ + ລຶກລັບ ອາດມີຄຳສັບຫຍາບຄາຍຫນ້ອຍຫນຶ່ງ ກະຂໍອະໄພ


ເລື່ອງສັ້ນເລື່ອງນີ້ ເປັນເລື່ອງທີ່ແຕ່ງຂຶ້ນ ບໍ່ໄດ້ມາຈາກເຫດການຈິງແຕ່ປະການໃດ ກະລຸນາໃຊ້ວິຈາລະນະຍານໃນການອ່ານ

ຂອບໃຈ ^^




ເລື່ອງ ຊີວິດຂອງ...


ພໍ່ຂອງນັດຊື້ຂ້ອຍມາ ຕອນທີ່ນັດອາຍຸໄດ້ 3 ປີເຕັມ ພໍ່ຂອງນັດຊື້ຂ້ອຍເປັນຂອງຂວັນວັນເກີດຂອງນັດ

ຂ້ອຍຍັງຈື່ໄດ້ວ່າ ຕອນທຳອິດທີ່ຂ້ອຍໄດ້ພົບກັບນັດ ເດັກຄົນນັ້ນດີໃຈຫຼາຍ ເດັກນ້ອຍຜູ້ມີດວງຕາອັນບໍລິສຸດສົດໃສ ໃນຊຸດກະໂປງພອງຟູໜ້າຮັກ ແກ້ມຢຸ້ຍໆສີແດງໆຂອງນັດ ເຕັມໄປດ້ວຍຮອຍຍິ້ມ ຜົມສີດຳມັດລວບເປັນສອງຈຸກ ມັນຊ່າງເປັນການພົບກັນທີ່ໜ້າປະທັບໃຈທີ່ສຸດຂອງຂ້ອຍແລະນັດ

ນັບຕັ້ງແຕ່ຕອນນັ້ນເປັນຕົ້ນມາ ນັດກໍ່ມັກຈະອຸ້ມຂ້ອຍໄປນຳຕະຫຼອດ ບໍ່ວ່າຈະເປັນເວລາໃດ ນັດກໍ່ຈະຢູ່ນຳຂ້ອຍຕະຫຼອດເວລາ...

“ລິນລີ້ ໆ ມາຟັງນິທານນຳກັນເນາະ” ປາກສີແດງ ໆ ຂອງເດັກຍິງທີ່ຂ້ອຍຮັກແພງເວົ້າດ້ວຍນ້ຳສຽງອັນຫວານນຸ້ມ ອ່ອນລະມຸນ ຂະຫນາດທີ່ບໍ່ມີສຽງຂອງໃຜຜູ້ໃດຈະມາທຽບໄດ້

ລິນລີ້ ແມ່ນຊື່ທີ່ນັດຕັ້ງໃຫ້ຂ້ອຍ ຂ້ອຍມັກຊື່ນັ້ນ ມັກທີ່ສຸດ ຂອງທີ່ສຸດ ແລະຂ້ອຍກໍ່ມັກເວລາທີ່ນັດເອີ້ນຂ້ອຍແນວນັ້ນ ເຊັ່ນດຽວກັນ

ທຸກ ໆ ມື້ກ່ອນນອນ ນັດມັກຈະອຸ້ມຂ້ອຍໄປກອດ ພ້ອມທັງຟັງນິທານທີ່ແມ່ອ່ານໃຫ້ຟັງ ນິທານທີ່ເຕັມໄປດ້ວຍສິ່ງທີ່ສວຍງາມບໍລິສຸດ ມີທັງເຈົ້າຍິງ ເຈົ້າຊາຍ ຜາສາດສວຍງາມ ແລະທົ່ງດອກໄມ້ກວ້າງໃຫຍ່ ຂ້ອຍນອນຟັງກັບນັດ ແລະຮູ້ສຶກວ່າ ນັດນັ້ນຊ່າງເຫມືອນກັບເຈົ້າຍິງຜູ້ງົດງາມໃນນິທານພວກນັ້ນເຫລືອເກີນ… ບໍ່ຕິ… ນັດຕ້ອງງາມກວ່າພວກເຈົ້າຍິງປັນຍາອ່ອນພວກນັ້ນຢູ່ແລ້ວ

ແລະແລ້ວ ເຈົ້າຍິງນ້ອຍຂອງຂ້ອຍກໍ່ເຊືອບຫລັບໄປ ໃນຫ່ວງນິດທາອັນສະຫງົບ…





ວັນເວລາຫມຸນວຽນຜ່ານໄປ ພ້ອມກັບທຸກສິ່ງທຸກຢ່າງທີ່ຄ່ອຍປ່ຽນໄປ ນັດບໍ່ຄ່ອຍຈະພາຂ້ອຍໄປໂຮງຮຽນນຳແລ້ວ… ນັດຄ່ອຍ ໆ ປ່ຽນແປງຈາກເດີມເທື່ອລະຫນ້ອຍ ຈາກເດັກຍິງຜູ້ບໍລິສຸດ ກາຍເປັນເດັກສາວຜູ້ຫນ້າຮັກ ຊຸດກະໂປ່ງສີບົວ ກັບກາຍມາເປັນເສືອເຊີດສີຂາວ ແລະສິ້ນສີດຳ ເບິ່ງແປກຕາ


ທຸກ ໆ ເຊົ້າ ນັດຈະມາລູບຫົວຂອງຂ້ອຍ ແລ້ວອອກໄປຈາກຫ້ອງ ພຽງເທົ່ານັ້ນ ມັນກໍ່ເຮັດໃຫ້ດວງໃຈນ້ອຍ ໆ ຂອງຂ້ອຍເຕັມໄປດ້ວຍຄວາມສຸກແລ້ວ ຂ້ອຍເຂົ້າໃຈວ່ານັດຄົງຈະມີຄວາມຈຳເປັນ ຈຶ່ງບໍ່ຄ່ອຍມີເວລາໃຫ້ກັບຂ້ອຍຄືເມື່ອກ່ອນ ແຕ່ທີ່ນັດຍັງເກັບຂ້ອຍໄວ້ໃນຫ້ອງນອນ ຍັງບໍ່ລືມຂ້ອຍ ຂ້ອຍກໍ່ດີໃຈແລ້ວ…





12 ປີແລ້ວ ທີ່ຂ້ອຍໄດ້ມາຢູ່ກັບນັດ… ເວລາມັນຊ່າງຜ່ານມາໄວເຫລືອເກີນ ແລະທຸກ ໆ ຢ່າງ ກໍ່ປ່ຽນໄປຫມົດ… ຕົວຂ້ອຍທີ່ເຝົ້າແນມເບິ່ງນັດມາຕະຫລອດ 12 ປີ ຕອນນີ້ກາຍເປັນພຽງ “ຂີ້ເຫຍື້ອເກົ່າໆ” ນີ້ເອງ ບໍ່ຮູ້ວ່າ ຕັ້ງແຕ່ຕອນໃດທີ່ຂ້ອຍຖືກໂຍນລົງມາໄວ້ທີ່ກ້ອງຕຽງອັນເຕັມໄປດ້ວຍຂີ້ເຫຍື້ອ ແລະ ຂີ້ຝຸ່ນ ສັດຕົວນ້ອຍ ໆ ຈຳພວກ ມົດ ແມງມຸມ ໄຕ່ຕອມໄປຕາມຕົວຂອງຂ້ອຍ ຂ້ອຍຮູ້ສຶກເສຍໃຈ… ແຕ່ຂ້ອຍກໍ່ຍັງຄົງເຝົ້າແນມເບິ່ງເຈົ້າຍິງຂອງຂ້ອຍ

ທຸກເຊົ້າ ຂ້ອຍມັກຈະແນມລອດຊ່ອງຈາກກ້ອງຕຽງຂຶ້ນໄປ ແລະເຫັນນັດແຕ່ງຕົວຢູ່ຫນ້າແວ່ນເກືອບທຸກເວລາ… ຂ້ອຍຮູ້ສຶກອິດສາແວ່ນນັ້ນ! ເປັນຫຍັງນັດຕ້ອງແນມເບິ່ງມັນທຸກ ໆ ເຊົ້ານຳ ແລະທຸກ ໆ ຄັ້ງນັດກໍ່ມັກຈະຍິ້ມ ກ່ອນຈະເອົາແປ້ງຂາວ ໆ ມາທາທົ່ວ ໆ ຫນ້າ ເອົາບາງສິ່ງສີແດງ ໆ ມາທາປາກ ແລະເຮັດຫລາຍ ໆ ຢ່າງກັບຫນ້າຕາ ຈົນຂ້ອຍຈື່ເກືອບບໍ່ໄດ້

ເມື່ອຮອດ 8 ໂມງເຄິ່ງ ນັດຈຶ່ງຈະຟ້າວຝັ່ງອອກໄປຈາກຫ້ອງ ຫລັງຈາກທີ່ໂຍນເອົາຂອງຫລາຍ ໆ ຢ່າງ ຫນ້າແວ່ນອັນນັ້ນລົງໃສ່ໃນກະເປົ໋າຈົນເຕັມ

ຂ້ອຍໄດ້ຍິນສຽງແມ່ຂອງນັດຮ້ອງດ່າມາ ບອກໃຫ້ຟ້າວໄປບ່ອນໃດຈັກແຫ່ງທີ່ເອີ້ນວ່າ “ໂຮງຮຽນ” ຂ້ອຍເອງກໍ່ບໍ່ຄ່ອຍເຂົ້າໃຈຄືກັນ ແຕ່ ນັດເລີ່ມໄປໂຮງຮຽນຕັ້ງແຕ່ຕອນ 6-7 ປີແລ້ວ





ເຈົ້າຍິງນ້ອຍຂອງຂ້ອຍຫາຍໄປໃສ…? ນັ້ນແມ່ນຄຳຖາມທີ່ເກີດຂຶ້ນພາຍໃນຈິດໃຈຂ້ອງຂ້ອຍ

ຫລື ”ໂຮງຮຽນ” ຈະເຮັດໃຫ້ນັດປ່ຽນໄປ?! ໂຮງຮຽນເຮັດໃຫ້ນັດບໍ່ສົນໃຈຂ້ອຍ! ໂຮງຮຽນເຮັດໃຫ້ນັດຖິ້ມຂ້ອຍໄວ້ຄົນດຽວແນວນີ້! ໂຮງຮຽນເປັນສິ່ງທີ່ບໍ່ດີ!? ຂ້ອຍຕ້ອງບອກນັດ ຂ້ອຍຕ້ອງບອກໃຫ້ນັດຮູ້ ວ່າໂຮງຮຽນຈະເຮັດໃຫ້ນັດຕ້ອງປ່ຽນແປງໄປຫລາຍກວ່ານີ້ ນັດຈະຕ້ອງເຊົ້າໄປໂຮງຮຽນ! ນັດຕ້ອງເຊົາເບິ່ງແວ່ນ! ແລະນັດຕ້ອງຫັນມາສົນໃຈຂ້ອຍຄົນດຽວ!!

ແຕ່ວ່າ… ສຽງຂອງຂ້ອຍ ບໍ່ອາດສົ່ງໄປຮອດນັດອີກແລ້ວ ຂ້ອຍພາຍາຍາມຈະເວົ້າກັບນັດຕັ້ງຫລາຍເທື່ອ ແຕ່ນັດກໍ່ບໍ່ເຄີຍສົນໃຈຂ້ອຍ ຂ້ອຍຊັງທຸກສິ່ງທຸກຢ່າງ ຂ້ອຍຊັງທຸກຢ່າງທີ່ເຮັດໃຫ້ນັດປ່ຽນໄປ!! ນັດບໍ່ຫັນມາສົນໃຈຂ້ອຍອີກແລ້ວ ນັດບໍ່ລູບຫົວຂ້ອຍຄືເມື່ອກ່ອນ ນັດບໍ່ຍິ້ມບໍ່ຫົວກັບຂ້ອຍອີກແລ້ວ…

ນັດຄົງຈະບໍ່ຮັກຂ້ອຍແລ້ວ… ຂະຫນາດບາງມື້ ນັດກໍ່ຍັງບໍ່ກັບມາບ້ານ ບໍ່ມາໃຫ້ຂ້ອຍໄດ້ເຫັນຫນ້າ ຫລືບາງມື້ກັບມາ ນັດກໍ່ນອນເລີຍທັງ ໆ ຊຸດເສື້ອເຊີດສີຂາວ ແລະຜົມທີ່ຫຍຸ້ງ ໆ

ບາງມື້ຂ້ອຍໄດ້ຍິນສຽງຖຽງກັນຢ່າງຮຸນແຮງຂອງນັດກັບແມ່…

“ອາຈານໂທມາບອກວ່າມຶງບໍ່ໄປໂຮງຮຽນ!! ມຶງໄປໃສຂອງມຶງ!?”

“ເຮົາກະໄປຮຽນຫນັງສືຫັ້ນແຫລະ! ໂອ໊ຍ!!” ສຽງນັດເວົ້າດ້ວຍຄວາມລຳຄານ… ເຮິ ແມ່ມີສິດຫຍັງມາຂຶ້ນສຽງກັບເຈົ້າຍິງຂອງຂ້ອຍ! ຂ້ອຍຮູ້ສຶກໂກດແຄ້ນແມ່ຂອງນັດ ແຕ່ຂ້ອຍກໍ່ດີໃຈທີ່ນັດເຊົາໄປຮຽນແລ້ວ ຂ້ອຍຮູ້ວ່ານັດບໍ່ໄດ້ເວົ້າຄວາມຈິງ ຂ້ອຍຮູ້…

“ມຶງຢ່າມາຂີ້ຕົ໋ວະ!! ມຶງໄປໃສກັນແທ້!!!” ແມ່ຂອງນັດເວົ້າຂຶ້ນສຽງອີກຄັ້ງ

“ເຮົາສິໄປໃສກະເລື້ອງຂອງເຮົາຕວ່າເກາະ! ເຮິ!!” ສຽງນັດເວົ້າຈົບ ພ້ອມກັບສຽງປິດປະຕູດັງ ເຕີ້ງ!!

ຕັ້ງແຕ່ມື້ນັ້ນ… ນັດກໍ່ບໍ່ກັບມາອີກ ຢູ່ບ້ານງຽບເຫງົາຂຶ້ນ ພໍ່ຂອງນັດທີ່ໄປເຮັດວຽກຢູ່ຕ່າງປະເທດກໍ່ບໍ່ກັບມາຄືກັນ ແມ່ຂອງນັດຕ້ອງຢູ່ຜູ້ດຽວໃນບ້ານທີ່ງຽບເຫງົາ ແຕ່ຂ້ອຍກໍ່ບໍ່ສົນໃຈ ສິ່ງທີ່ຂ້ອຍສົນໃຈມີພຽງແຕ່ນັດເທົ່ານັ້ນ

ຂ້ອຍເຝົ້າຄອງຄອຍຖ້ານັດ ແຕ່ເຈົ້າຍິງນ້ອຍກໍ່ບໍ່ກັບມາອີກເລີຍ…

ບ້ານທີ່ງຽບເຫງົາ ມັນເລີ່ມງຽບເຫງົາຂຶ້ນກວ່າເກົ່າຕັ້ງແຕ່ຕອນໃດກໍ່ບໍ່ຮູ້… ຂ້ອຍບໍ່ຮູ້ສຶກວ່າມີໃຜອາໃສຢູ່ໃນບ້ານຫຼັງນີ້ອີກແລ້ວ ເຂັມຂອງເວລາໃນຫ້ອງຂອງນັດຍັງຄົງດັງ ຕ໊ອກ ແຕ໊ກ ຕ໊ອກ ແຕ໊ກ ແວ່ວມາໃຫ້ໄດ້ຍິນ ຂ້ອຍບໍ່ຮູ້ວ່າ ເວລາມັນຫມຸນວຽນຜ່ານໄປດົນປານໃດ ແຕ່ຂີ້ຝຸ່ນທີ່ມາເກາະຂ້ອຍມັນເລີ່ມຫລາຍຂຶ້ນເລື້ອຍ ໆ ເລື້ອຍ ໆ




ຈົນມາຮອດມື້ຫນຶ່ງ ຂ້ອຍໄດ້ຍິນສຽງເປິດປະຕູ… ຂ້ອຍຄິດວ່າຕ້ອງແມ່ນນັດແນ່ນອນ ນັດກັບມາຫາຂ້ອຍແລ້ວ

ແຕ່ສິ່ງທີ່ກ້າວເຂົ້າມາ ກັບເຮັດໃຫ້ຂ້ອຍຕົກໃຈ

ເຖິງຈະບໍ່ແມ່ນນັດ ແຕ່ຮູບຮ່າງຫນ້າຕາກໍ່ຄ້າຍກັບນັດ ນັດນ້ອຍທີ່ຂ້ອຍໄດ້ພົບເມື່ອຄັ້ງທຳອິດ ເດັກຍິງແກ້ມຢຸ້ຍ ໆ ທີ່ມັດຜົມສອງຈຸກ ເດັກຍິງເຂົ້າມາໃນຫ້ອງແລະຍິ້ມຫົວຫນ້າຮັກ ພ້ອມກັບພໍ່ແມ່ທີ່ຍາງມານຳເບື້ອງຫລັງ

“ເປັນບ້ານທີ່ເກົ່າ ແຕ່ສະພາບຍັງດີຢູ່ເນາະ ພໍ່” ສຽງແມ່ຂອງເດັກຍິງເວົ້າກັບອີກຄົນ

“ອື່ມ ແຖມຍັງເຫມາະຈະຢູ່ກັນສາມຄົນພໍ່ແມ່ລູກນຳ…”

ໃນຕອນນັ້ນເອງ ເດັກຍິງຕົວນ້ອຍຫັນກັບມາ ແລະແນມເຫັນຂ້ອຍ ຊົ່ວວິນາທີທີ່ໄດ້ສົບຕາ ຂ້ອຍຄິດເຖິງຄັ້ງທຳອິດທີ່ຂ້ອຍໄດ້ພົບກັບນັດ

ເດັກຍິງອຸ້ມຂ້ອຍອອກໄປຈາກກ້ອງຕຽງທີ່ແສນມືດມິດ ແລ້ວຕົນຕົວສີເທົາຂອງຂ້ອຍກໍ່ໄດ້ກະທົບຖືກແສງແດດເປັນຄັ້ງທຳອິດໃນຮອບຫລາຍປີ

“ແມ່ ໆ ຢູ່ຫນີ້ມີຕຸກກະຕານຳ!” ເດັກຍິງຮ້ອງຂຶ້ນດ້ວຍແວວຕາເປັນປະກາຍ

“ບໍ່ຈັບແມ້ລູກ!” ແມ່ຂອງເດັກຍິງຮ້າຍເບົາ ໆ “ມັນສົກກະປົກ… ສົງໃສຄົງຈະແມ່ນຂອງຄົນທີ່ເຄີຍຢູ່ຫນີ້ຕິເບາະ”

ເດັກຍິງງຽບໄປຈັກຫນ້ອຍຫນຶ່ງ… ລາວຫັນມາຈ້ອງແນມເບິ່ງຂ້ອຍ ແລະຍິ້ມອອກມາ

“ແຕ່ວ່າ… ມັນຄົງຈະຜ່ານເລື່ອງລາວມາຫລາຍເນາະ!”





…(ຈົບ)


[ນິຍາຍ] 7 ວັນຜັນຊະຕາ

ເອົານິຍາຍທີ່ເຄີຍຂຽນໄວ້ມາໂພສ ^^' ໃຜຫຼິ້ນພັນລາວ ອາດຈະເຄີຍອ່ານແລ້ວຕິ?

ເລື່ອງນີ້ອອກແນວ ຄວາມຮັກ + ລຶກລັບ ນິດໜຶ່ງ

ຍາວນິດໜຶ່ງ ມີຫຍັງຕິຊົມວິຈານໄດ້ຕາມສະດວກ

----------------



7 ວັນຜັນຊະຕາ
ມື້ທີ 1 ວັນຈັນ


ຂ້ອຍເປັນພຽງເດັກສາວທຳມະດາໆ ທີ່ຂ້ອນຂ້າງສູງ ແລະມີເຮືອນຜົມສີດຳຍາວມັດເປັນຫາງມ້າ ບໍ່ໄດ້ມີຫຍັງໂດດເດັ່ນພໍປານໃດ

ຂ້ອຍຮູ້ຈັກກັບໝໍນັ້ນຄັ້ງທຳອິດ ຕອນທີ່ຂ້ອຍນັ່ງຖ້າໂຮງຮຽນເລີກຢູ່ໂຕະຫີນ

ຕອນນັ້ນຂ້ອຍກຳລັງແນມເບິ່ງທ້ອງຟ້າດ້ວຍຄວາມຮູ້ສຶກເບື່ອໜ່າຍ ອີກປະມານສິບນາທີກໍ່ຈະຮອດເວລາເລີກຮຽນແລ້ວ ເປັນຫຍັງຕອນທີ່ເຮົາຖ້າຫຍັງຈັກຢ່າງ ເວລາມັນຄືເດີນໄປຊ້າແທ້

ຂ້ອຍນັ່ງນັບເວລາຢ່າງໃຈຈົດຈໍ່ ບັນດາໝູ່ເພື່ອນຂອງຂ້ອຍແຕ່ລະຄົນຕ່າງກໍ່ມີວຽກກິດຈະກຳ ຫຼືເວນອະນາໄມໃຫ້ເຮັດໝົດ ມື້ນີ້ຂ້ອຍເລີຍຈຳໃຈໄດ້ນັ່ງເຈົ່າຢູ່ຄົນດຽວ

ຕອນນັ້ນເອງທີ່ຊາຍຄົນໜຶ່ງຍ່າງເຂົ້າມາ

“ຂໍນັ່ງນຳແດ່” ລາວເວົ້າ... ຂ້ອຍເຮັດໜ້າປະຫຼາດໃຈໜ້ອຍໜຶ່ງ ກ່ອນຈະຫັນໄປເບິ່ງໂຕະອ້ອມຂ້າງພົບວ່າບໍ່ມີໂຕະໃດຫວ່າງ ນອກຈາກໂຕະທີ່ຂ້ອຍນັ່ງຢູ່ຕອນນີ້ ຂ້ອຍເລີຍຫັນມາງຶກໜ້າໃຫ້ລາວນັ່ງໄດ້

ຊາຍຄົນນັ້ນວາງກະເປົ໋າລົງເທິງໂຕະຫີນ ຂ້ອຍບໍ່ມີຫຍັງເຮັດ ເລີຍຫັນໄປແນມເບິ່ງຕົ້ນໄມ້ແຖວໆນັ້ນ ຫຼັງຈາກແນມນັ້ນນີ້ໄປໄດ້ໜ້ອຍໜຶ່ງ ຂ້ອຍກໍ່ຮູ້ສຶກແປກໆ

“ແນມຫຍັງນະ” ຂ້ອຍສົນຄິ້ວສົງໃສ ຮູ້ສຶກວ່າຊາຍຄົນນີ້ແນມຂ້ອຍມາຕັ້ງແຕ່ວັ່ງກີ້ແລ້ວ

“ໃນທີ່ສຸດກະໄດ້ເຈິ...” ລາວເວົ້າເໝີ່ໆ ເຮັດໜ້າເສົ້າໆ ແມ່ນຫຍັງຂອງລາວກະບໍ່ຮູ້ ປະຫຼາດຄົນ... ຂ້ອຍບໍ່ຢາກວຸ້ນວາຍ ເລີຍງຽບໄວ້ ອີກຈັກໜ້ອຍກະຮອດເວລາເລີກແລ້ວ

“ພິມ ວັນອາທິດນີ້ຫ້າມອອກໄປໃສເດີ້...” ຊາຍຄົນນັ້ນຍັງຄົງເວົ້າຫຍັງແປກໆ ແຕ່ດ໋ຽວ ວັ່ງກີ້ລາວເວົ້າຊື່ຂ້ອຍຫວາ...

“ເພິ່ນແມ່ນໃຜ ຮູ້ຊື່ເຂົາໄດ້ແນວໃດ...” ຂ້ອຍຖາມໄປຢ່າງສົງໃສ

“ເຂົາຊື່ເມກ...” ລາວຍັງຄົງເຮັດໜ້າເສົ້າໆ ແມ່ນຫຍັງຂອງລາວ... ພໍດີກັບກະຫຼີ່ງເລີກຮຽນດັງຂຶ້ນ ຂ້ອຍບໍ່ທັນທີ່ຈະໄດ້ຖາມຫຍັງ ລາວກໍ່ລຸກຍ່າງຈາກໄປກ່ອນ...

ເປັນຄົນທີ່ປະຫຼາດແທ້ ແຖມຍັງຮູ້ຊື່ຂ້ອຍອີກ ໝູ່ກະບໍ່ແມ່ນ ແລ້ວຮູ້ຈັກຂ້ອຍໄດ້ແນວໃດ... ຊາຍຄົນນັ້ນຈາກໄປໂດຍຖິ້ມຄຳຖາມໄວ້ໃຫ້ຂ້ອຍຄາໃຈ ແຕ່ຂ້ອຍກໍ່ບໍ່ໄດ້ສົນໃຈຫຍັງອີກ ...ເມື່ອກັບຮອດບ້ານ ຂ້ອຍກໍ່ລືມເລື່ອງທີ່ຊາຍຄົນນັ້ນເວົ້າຊະສະໜິດ

ມື້ຕໍ່ມາ ຂ້ອຍກໍ່ຍັງຄົງໄປໂຮງຮຽນຕາມປົກກະຕິ ທຸກຢ່າງຍັງຄົງດຳເນີນໄປເໝືອນກັບແຕ່ລະມື້ ຂ້ອຍນັ່ງຮຽນໃນຫ້ອງຢ່າງເບື່ອໜ່າຍ ລໍຖ້າເວລາວ່າປານໃດຈະເລີກ ປານໃດຈະໄດ້ກິນເຂົ້າ ປານໃດຈະໄດ້ກັບບ້ານ ...ບາງເທື່ອມີເວລາກະນັ່ງລົມກັບໝູ່ຫຼິ້ນ ເວົ້າຫົວນິນທາຄົນນັ້ນຄົນນີ້ໄປເລື້ອຍ ຊີວິດຂ້ອຍແຕ່ລະມື້ກະດຳເນີນໄປແບບນີ້... ບໍ່ມີຫຍັງພິເສດ ບໍ່ມີຫຍັງແຕກຕ່າງ ເປັນພຽງນັກຮຽນ ມ.6 ທຳມະດາຄົນໜຶ່ງ ແຕ່...

ເລື່ອງແປກໆໃນຊີວິດຂ້ອຍເລີ່ມຕົ້ນຂຶ້ນແຕ່ມື້ນັ້ນ...


---------------------


ມື້ທີ 2 ວັນອັງຄານ



ຫຼັງເລີກຮຽນຂ້ອຍຍ່າງອອກມາຈາກຫ້ອງຮຽນຄົນດຽວອີກຕາມເຄີຍ ມື້ນີ້ໝູ່ເພື່ອນຂ້ອຍຍັງຄົງມີວຽກໃຫ້ເຮັດຄືກັບມື້ວານ ແລະຄົງຈະເປັນແນວນີ້ໄປຈົນໝົດອາທິດ... ບາງທີຂ້ອຍກະສົງໃສ ວ່າເປັນຫຍັງມີແຕ່ຂ້ອຍທີ່ຕ້ອງແຍກອອກມາຢູ່ຄົນດຽວ... ເວນອະນາໄມກະບໍ່ກົງກັບໃຜ ບ່ອນນັ່ງກະຄີກກັບໝູ່ກຸ່ມທີ່ສະໜິດ ເລີຍຕ້ອງໄດ້ນັ່ງກັບຄົນທີ່ບໍ່ຄ່ອຍສະໜິດແທນ ຮູ້ສຶກຄືໂຕເອງເປັນສ່ວນເກີນເຮັດໃຫ້ຕ້ອງໄດ້ຢູ່ຄົນດຽວສະເໝີ

ຂ້ອຍຍ່າງຜ່ານເດີ່ນທີ່ຄົນມັກເອົາບານມາຕີຫຼິ້ນຢ່າງເໝີ່ລອຍ ພາງຄິດວ່າມື້ນີ້ຂ້ອຍຈະເຮັດຫຍັງເປັນການຂ້າເວລາດີ ແຕ່ຄົງຈະບໍ່ມົ້ມໄປນັ່ງຫຼິ້ນຢູ່ໂຕະຫີນອີກຕາມເຄີຍ

“ພິມ!” ສຽງຜູ້ຊາຍເອີ້ນ ເຮັດໃຫ້ຂ້ອຍຊະງັກ ກຳລັງຈະຫັນໄປຊອກຫາທີ່ມາຂອງສຽງ ໝາກບານລູກໜຶ່ງກໍ່ລອຍຕັດໜ້າຂ້ອຍໄປດ້ວຍຄວາມໄວ້ ກະແທກກັບພື້ນດິນອີກຟາກຈົນດິນແຖວນັ້ນແຕກກະຈາຍສຽງດັງ ຕຸບ ກ່ອນຈະກະເດັນໄປໄກ

ຂ້ອຍຕົກໃຈກັບພາບເບື້ອງໜ້າ ເຮັດຫຍັງບໍ່ຖືກໄປຊົ່ວຂະນະ ນີ້ຖ້າຂ້ອຍຍ່າງໄປເລີຍວັ່ງກີ້ ເປົ້າໝາຍຂອງໝາກບານຄົງຈະບໍ່ແມ່ນພື້ນດິນ ແຕ່ເປັນໜ້າຂ້ອຍແທນ!!

“ເຮີ້ຍ ຂໍໂທດເດີ້ ເປັນຫຍັງບໍ່” ສຽງຄົນຈາກສະໜາມໂຮງຮຽນດັງຂຶ້ນພ້ອມທັງແລ່ນເຢາະໆມາທາງຂ້ອຍ ຄິດວ່າໜ້າຈະແມ່ນຄົນທີ່ເອົາບານມາຕີຫຼິ້ນທີ່ສະໜາມໂຮງຮຽນແລ້ວບັງເອີນໝາກບານກະເດັນມາທາງຂ້ອຍ ເມື່ອຂ້ອຍບອກວ່າບໍ່ເປັນຫຍັງ ລາວຈຶ່ງເຮັດໜ້າສຳນຶກຜິດນິດໜຶ່ງ ກ່ອນຈະຍ່າງໄປເກັບໝາກບານ ແລະບໍ່ສົນໃຈຂ້ອຍອີກ

ຂ້ອຍນຶກຂຶ້ນໄດ້ວ່າເມື່ອກີ້ມີໃຜບາງຄົນເອີ້ນຫາ ຖ້າສຽງນັ້ນບໍ່ຢຸດຂ້ອຍໄວ້ ຂ້ອຍຄົງຈະຖືກໝາກບານອັດໃສ່ໜ້າແລ້ວແຫຼະ... ຂ້ອຍຫັນຊອກຫາທີ່ມາຂອງສຽງທັກນັ້ນ ແຕ່ກໍ່ບໍ່ເຈິຄົນທີ່ໜ້າຈະເອີ້ນຂ້ອຍເລີຍ

ຂ້ອຍເຮັດຄິ້ວຫຍຸ້ງ ປະຫຼາດໃຈ... ຊິວ່າລະ ສຽງວັ່ງກີ້ກະຟັງຄຸ້ນໆຄືກັບເຄີຍໄດ້ຍິນມາແຕ່ໃສ ແຕ່ເມື່ອຄິດບໍ່ອອກວ່າແມ່ນໃຜ ຂ້ອຍຈຶ່ງຍ່າງໄປຕໍ່

...


----------------


ມື້ທີ 3 ວັນພຸດ



ມື້ນີ້ໝູ່ໃນກຸ່ມຂ້ອຍຊວນໄປເລາະສູນການຄ້າໃກ້ໆນີ້ ພໍດີວ່າມື້ນີ້ຫວ່າງພ້ອມໆກັນ ອີກຢ່າງຂ້ອຍກະບໍ່ໄດ້ຄາວຽກຫຍັງ ກະເລີຍຕອບຕົກລົງໄປ

ບໍ່ໄດ້ໄປເລາະພ້ອມໜ້າກັນຫ້າຄົນດົນແລ້ວ ຂ້ອຍເລີຍຄິດວ່າ ກະດີຄືກັນ ເພາະປົກກະຕິຂ້ອຍກະບໍ່ຄ່ອຍໄດ້ໄປໃສຢູ່ແລ້ວ ເນື່ອງຈາກວ່າເປັນລູກຄົນດຽວ ໝູ່ກະບໍ່ຄ່ອຍຫຼາຍກະເລີຍໄດ້ຢູ່ແຕ່ບ້ານຕະຫຼອດ

ພວກໝູ່ຂ້ອຍບອກວ່າ ຫຼັງເລີກເມືອແລ້ວຈຶ່ງຖ້າໄປພ້ອມກັນ ແລ້ວເຂົາເຈົ້າກະແຍກຍ້າຍກັນໄປເຮັດກິດຈະກຳວຽກງານຂອງເຂົາເຈົ້າ

ຂ້ອຍກະໄດ້ຢູ່ຜູ້ດຽວອີກຕາມເຄີຍ... ເລີ່ມຈະລຶ້ງເຄີຍກັບສະພາບແບບນີ້ແລ້ວ ເລີຍໄປນັ່ງຖ້າຢູ່ໂຕະຫີນຄືເກົ່າ

ມື້ນີ້ຢູ່ໂຕະຫີນມີຄົນນັ່ງຂ້ອນຂ້າງເຕັມ ຂ້ອຍເລີຍໄປຂໍນັ່ງນຳເຂົາເຈົ້າ ຈັບມືຖືຂຶ້ນມາເບິ່ງພົບວ່າແບັດໃກ້ຈະໝົດແລ້ວ... ຄົງຈະບໍ່ເປັນຫຍັງຕິ

ຫຼັງແນມເບິ່ງນັ້ນນີ້ໄປໄດ້ໄລຍະໜຶ່ງ ຂ້ອຍກໍ່ຄິດຍ້ອນໄປເຖິງຄົນທີ່ຂ້ອຍເຄີຍເຈິມື້ກ່ອນ...

ຜູ້ຊາຍແປກໆທີ່ຮູ້ຈັກຊື່ຂ້ອຍ ແຖມຍັງເວົ້າຫຍັງແປກໆອີກ...

ຫຼືວ່າລາວຈະເຄີຍຮູ້ຈັກຂ້ອຍ ແຕ່ຂ້ອຍຈື່ບໍ່ໄດ້? ແຕ່ເທົ່າທີ່ຂ້ອຍຄິດອອກ ຂ້ອຍວ່າຂ້ອຍບໍ່ເຄີຍຮູ້ຈັກລາວໄດ໋ລະ ຫາກໍ່ເຄີຍເຈິກັນເທື່ອດຽວ ຂະໜາດໜ້າຂ້ອຍຍັງຈື່ບໍ່ຄ່ອຍໄດ້ແນ່ະ ອີກຢ່າງຂ້ອຍກະບໍ່ຮູ້ວ່າເປັນຄົນຫ້ອງໃດປີໃດ ເລີຍຄິດວ່າຄົງຈະບໍ່ໄດ້ເຈິອີກແລ້ວຕິ

ເມື່ອກິ່ງເລີກຮຽນດັງຂຶ້ນ ຂ້ອຍກໍ່ວ່າຈະຍ່າງໄປທີ່ຈຸດລວມຕົວ ແຕ່ຕ້ອງຖ້າໃຫ້ຄົນອື່ນອອກໄປໝົດກ່ອນ ເພາະຂ້ອຍບໍ່ຢາກໄປແຫຍ້ນຳເຂົາເຈົ້າ ນັ່ງຢູ່ໂຕະຫີນຈົນຄົນເລີ່ມຊາ ຂ້ອຍຈຶ່ງລຸກຂຶ້ນ ແຕ່ທັນໃດນັ້ນ ສຽງໆໜຶ່ງໄດ້ຢຸດຂ້ອຍໄວ້

“ພິມ”

ຂ້ອຍຫັນກັບໄປຫາທີ່ມາຂອງສຽງໂດຍອັດຕະໂນມັດ ປະກົດວ່າເປັນຜູ້ຊາຍຄົນໜຶ່ງເຊິ່ງມີຮູບຮ່າງສູງສົມສ່ວນ ຜິວຂາວແຖມຍັງໜ້າຕາດີ... ເບິ່ງໆໄປແລ້ວກະຄຸ້ນໆແຮະ ແຖມຍັງເອີ້ນຊື່ຂ້ອຍອີກ

ຂ້ອຍເຮັດໜ້າງົງ ຄິດຢູ່ຫຼາຍວິນາທີ ກ່ອນຈະຄິດອອກວ່າແມ່ນໝໍນັ້ນ ທີ່ຂ້ອຍເຄີຍເຈິມື້ກ່ອນ...ຖ້າຈື່ບໍ່ຜິດ ໜ້າຈະຊື່ວ່າເມກ ...ໜ້າຈະແມ່ນ??

“ເພິ່ນ... ອີກລະ?” ຂ້ອຍເຮັດໜ້າຫຍຸ້ງ “ໂທດເດິ ເຂົາຟ້າວນະ ໄປກ່ອນເດິ” ຂ້ອຍພາຍາຍາມເວົ້າຕັດບົດ ເພາະຢ້ານໝູ່ຖ້າດົນ ແບັດມືຖືກະໃກ້ຊິໝົດລະ ດ໋ຽວກະເຈົ້າຊິໄປປະ

ຂ້ອຍກັບຫຼັງຫັນ ກຳລັງຊິອອກຍ່າງ ແຕ່ແຂນຂ້າງໜຶ່ງຂອງຂ້ອຍກໍ່ຖືດຶງໄວ້ ຫັນກັບໄປກະເຫັນເມກເຮັດໜ້າເສີຍເມີຍຈັບແຂນຂ້ອຍໄວ້ແໜ້ນເໝືອນກັບຈະບໍ່ໃຫ້ໜີໄປໃສ

ທຳອິດຂ້ອຍກະງົງໆ ແຕ່ບໍ່ດົນຂ້ອຍກະເລີ່ມຈະຮູ້ສຶກຫງຸດຫງິດຂຶ້ນມາ... ໝູ່ກະບໍ່ແມ່ນ ແລ້ວໝໍນີ້ມັນມາວຸ້ນວາຍກັບຂ້ອຍເຮັດຫຍັງ... ຂ້ອຍພາຍາຍາມຟຶດມືອອກ ແຕ່ເມກຈັບແຂນຂ້ອຍໄວ້ແໜ້ນຈົນຮູ້ສຶກເຈັບ

“ປ່ອຍແມະ!” ຂ້ອຍເຮັດໜ້າຫຍຸ້ງ ດິ້ນແນວໃດຄົນເບື້ອງໜ້າກະບໍ່ມີທ່າທີວ່າຈະປ່ອຍຈາກຂ້ອຍ

ຂ້ອຍທີ່ເລີ່ມໂມໂຫຈຶ່ງເງີຍໜ້າຂຶ້ນກຶ້ງຕາແນມເບິ່ງອີກຝ່າຍ ແລະກໍ່ຕ້ອງຢຸດຊະງັກ... ສາຍຕາລາວເບິ່ງ... ເຈັບປວດ... ຂ້ອຍບໍ່ເຂົ້າໃຈ... ເປັນຫຍັງລາວຕ້ອງເຮັດໜ້າແນວນັ້ນນຳ... ສາຍຕາເສົ້າໆ ເຈັບປວດ ແນມມາທາງຂ້ອຍດ້ວຍຄວາມຮູ້ສຶກຫຼາກຫຼາຍທີ່ຂ້ອຍຕີບໍ່ອອກ... ລາວຄິດຈະເຮັດຫຍັງກັນແທ້ ກຳລັງຄິດຫຍັງຢູ່ ແລ້ວທ່າທາງພວກນັ້ນມັນໝາຍຄວາມວ່າແນວໃດ

ຂ້ອຍໃນຕອນນີ້ບໍ່ອາດບອກໄດ້ເລີຍ...

ຕາເວັນຍາມແລງສາດສ່ອງອາບພື້ນທີ່ອ້ອມຂ້າງໃຫ້ເປັນສີສົ້ມ ສຽງສາຍລົມສຽດສີຕົ້ນໄມ້ດັ່ງຊ່າມາໃຫ້ໄດ້ຍິນ ຂ້ອຍຮູ້ສຶກວ່າບັນຍາກາດບາງຢ່າງມັນປ່ຽນໄປ... ມັນເບິ່ງງຽບ... ງຽບຈົນເປັນຕາຢ້ານ

ພໍດີກັບທີ່ສຽງໂທລະສັບມືຖືຂ້ອຍດັງຂຶ້ນ ແຫວກຄວາມງຽບງັນອັນໜ້າອຶດອັດນັ້ນຖິ້ມໄປໃນທັນທີ... ຂ້ອຍພາຍາຍາມຄວ້ານເອົາໂທລະສັບໃນກະເປົ໋າຂຶ້ນມາເບິ່ງໜ້າຈໍ ພົບວ່າແມ່ນໝູ່ຂ້ອຍໂທມາ ຄິດວ່າເຂົາເຈົ້າຄົງຈະໂທມານຳ ຂ້ອຍກົດຮັບກ່ອນຈະແນບຫູຕອບ

“ຮະໂຫຼ...” ຂ້ອຍກອກສຽງໄປຕາມທາງ ແນມເບິ່ງຄົນເບື້ອງໜ້າທີ່ຕອນນີ້ປ່ອຍມືຂ້ອຍແລ້ວ ລາວເຮັດໜ້າສະຫງົບນິ້ງບໍ່ສະແດງອາການຫຍັງ ...ຂ້ອຍຄິດໃນໃຈວ່າໄດ້ໂອກາດລະ ດ໋ຽວຊິແລ່ນໜີໄປຫາພວກໝູ່ທີ່ຖ້າຢູ່ເລີຍ

“ພິມ ຢູ່ໃສນິ? ບໍ່ໄປຫວາ??” ສຽງໝູ່ຂ້ອຍກອກມາປາຍສາຍ

ຂ້ອຍກຳລັງຈະເວົ້າຕອບໄປ ໂທລະສັບພັດຖືກຍາດໄປຈາກມືຕັ້ງແຕ່ຕອນໃດກະບໍ່ຮູ້

“ມື້ນີ້ພິມຄາວຽກ ພວກເຈົ້າໄປໂລດ” ຊາຍໜຸ່ມເບື້ອງໜ້າເວົ້າ ກ່ອນຈະກົດວາງ...

ຂ້ອຍໄດ້ແຕ່ແນມເບິ່ງດ້ວຍຄວາມອຶ້ງຢູ່ຫຼາຍວິນາທີ ກ່ອນຈະໄດ້ສະຕິ “ເຮີ້ຍ!!!! ເພິ່ນເຮັດຫຍັງນະ!?!”

ເມກຍັງເຮັດໜ້າເສີຍໆ ຄືບໍ່ມີຫຍັງເກີດຂຶ້ນ ແມ່ນຫຍັງຫວະ!?! ຕັ້ງກວນຫວາ ຫຼືວ່າແນວໃດ! ນີ້ມັນບໍ່ຕະຫຼົກແລ້ວໃດ໋!

“ເພິ່ນເປັນບ້າຫວາ! ເອົາໂທລະສັບເຂົາມາ!!” ຂ້ອຍເລີ່ມຂຶ້ນສຽງດ້ວຍຄວາມບໍ່ພໍໃຈຢ່າງແຮງ ມືພາຍາຍາມຄວ້າເອົາໂທລະສັບໃນມືອີກຝ່າຍ ແຕ່ລາວຍົກຂຶ້ນສູງຍ້າຍໄປຍ້າຍມາປານຫຼອກລິງ ເຮັດໃຫ້ຂ້ອຍເສຍເວລາຢູ່ຫັ້ນດົນເຕີບ ຫງຸດຫງິດກະຫງຸດຫງິດ ແຖມຍັງຮ້ອນໃຈອີກ... ຊິໂທບອກໝູ່ກະບໍ່ໄດ້ ຊິໜີໄປເລີຍຖິ້ມໂທລະສັບໄວ້ກະບໍ່ໄດ້

ໂດດໄປມາຍາດເອົາໂທລະສັບຈົນຂ້ອຍເໝື່ອຍຫອບ ແຕ່ສຸດທ້າຍເມກກະຍື່ນໂທລະສັບໃຫ້ໂດຍດີ... ຂ້ອຍແນມເບິ່ງໜ້າລາວທີ່ຍັງຄົງມີທ່າທີເສີຍໆບໍ່ມີເຄົ້າແວວວ່າຈະເໝື່ອຍຫຍັງ ກໍ່ແຮງເຮັດໃຫ້ຂ້ອຍຫງຸດຫງິດ ຄວ້າເອົາໂທລະສັບໃນມືລາວມາໃນທັນທີ ກ່ອນກະຈັບກະເປົ໋າແລ່ນໄປຫາພວກໝູ່ໆທີ່ຖ້າຢູ່ຄອກລົດ

ປານນີ້ແລ້ວ ບໍ່ແມ່ນພວກນັ້ນໄປກັນໝົດແລ້ວຫວາ! ເສຍເວລາໄປຕັ້ງສິບຊາວນາທີ ຈັບໂທລະສັບມາແນມເບິ່ງກະປະກົດວ່າແບັດໝົດແລ້ວ ເວນກຳ...

ເມື່ອໄປຮອດຄອກລົດ ຂ້ອຍກໍ່ພົບວ່າ ບໍ່ມີໃຜຖ້າຢູ່ຫັ້ນແລ້ວ... ນອກຈາກລົດຈັກທີ່ຍັງຫຼົງເຫຼືອຢູ່ ແລະຄົນທີ່ກັບບ້ານຊ້າ ຂ້ອຍກໍ່ແນມເຫັນແຕ່ພຽງຄວາມຫວ່າງເປົ່າ

ຂ້ອຍຮູ້ສຶກໃຈຫາຍ... ເສຍໃຈ ເຈັບໃຈ ນ້ອຍໃຈ... ອາລົມຫຼາກຫຼາຍຖາຖົມເຂົ້າມາໃນໃຈ ໃຈຫາຍທີ່ບໍ່ໄດ້ໄປກັບໝູ່ ເສຍໃຈທີ່ໝູ່ໄປປະ ເຈັບໃຈທີ່ມີແຕ່ເຮົາຜູ້ດຽວທີ່ບໍ່ໄດ້ໄປ ນ້ອຍໃຈທີ່ບໍ່ຖ້າກັນແນ່...

ຢືນນິ້ງໆເປັນຕົ້ນໄມ້ຕາຍຊາກໄປໄດ້ຫຼາຍວິ ຂ້ອຍກະເລີ່ມຈະທຳໃຈໄດ້...

ເອີ່! ໝົດອາລົມຊິໄປທ່ຽວແລ້ວ ຕ້ອງຂອບໃຈໝໍນັ້ນ ທີ່ເຮັດໃຫ້ໃຫ້ຂ້ອຍພາດໂອກາດອອກຈາກບ້ານໃນຮອບປີ!
ຮູ້ສຶກເສົ້າໆ ແຕ່ກະຢ່າມັນແຫຼະ ໂອກາດບໍ່ໄດ້ມີແຕ່ເທື່ອນີ້ດັອກ...

ຄິດໄດ້ແນວນັ້ນ ຂ້ອຍຈຶ່ງຈູງລົດຈັກຂ້ອຍທີ່ຍັງເຫຼືອຢູ່ດ່ຽວໆປ່ຽວໆເໝືອນກັບຈິດໃຈຂ້ອຍໃນຕອນນີ້ ຕິດຈັກສະຕາດລົດ ກ່ອນຈະຂີ່ອອກຈາກຄອກລົດ

ຕອນທີ່ກຳລັງຍື່ນປີ້ໃຫ້ລຸງທີ່ເຝົ້າຄອກລົດ ສາຍຕາຂ້ອຍກໍ່ເຫຼືອບໄປເຫັນຕົວຕົ້ນເຫດທີ່ຢືນນິ້ງຢູ່ໃກ້ໆແຖວນັ້ນ

“ສົມໃຈເພິ່ນແລ້ວເນາະ!” ຂ້ອຍຮ້ອງໃສ່ດ້ວຍທ່າທີປະຊົດ “ເພິ່ນເປັນບ້າຫຍັງຂອງເພິ່ນ ເຮັດແບບນີ້ແລ້ວໄດ້ຫຍັງ!?”

ເມື່ອເຫັນວ່າອີກຝ່າຍງຽບ ຂ້ອຍຈຶ່ງສະບັດໜ້າດ້ວຍຄວາມຫງຸດຫງິດ ແລ້ວຂີ່ລົດຈາກໄປ

ຂ້ອຍບໍ່ຮູ້ເລີຍວ່າ ຫຼັງຈາກທີ່ຂ້ອຍໄປໄດ້ບໍ່ດົນ ເມກກໍ່ທອດສາຍຕາແນມເບິ່ງຂ້ອຍດ້ວຍແວວຕາເສົ້າ... ລາວເວົ້າອອກມາແຜ່ວເບົາເໝືອນກັບຕັ້ງໃຈຈະບອກຜ່ານສາຍລົມ

“ເຂົາຕັ້ງໃຈຈະຊ່ວຍເພິ່ນ...”


---------------------


ມື້ທີ 4 ວັນພະຫັດ



ມື້ນີ້ຂ້ອຍໄປໂຮງຮຽນດ້ວຍຈິດໃຈຫໍ່ຫ່ຽວ ທຸກຢ່າງເປັນນຳໝໍນັ້ນແທ້ໆເລີຍ ພວກໝູ່ໃນກຸ່ມຂ້ອຍເລີຍພາກັນຖາມວ່າສຽງຜູ້ຊາຍມື້ວານແມ່ນໃຜ...

“ແມ່ນຫຍັງພິມ ມີແຟນລະເຮັດບໍ່ບອກພວກເຂົາຫວາ ຮຸຮຸ”

“ແມ່ນໆ ດ໋ຽວນີ້ເຮັດມີຄວາມລັບໄດ໋ເພິ່ນນ່ະ”

ຂ້ອຍນັ່ງຟັງດ້ວຍຄວາມຫງຸດຫງິດ “ບ້າຫວາ ບໍ່ແມ່ນແຟນ... ເຮິ ພວກເພິ່ນຕິ ໄດ້ຍິນແຕ່ທໍ່ນັ້ນກະໄປປະກັນລະ ເສຍໃຈໄດ໋ນິ” ຂ້ອຍເວົ້າ

“ໂອ໋ໆ ພວກເຂົາບໍ່ໄດ້ໄປປະໄດ໋ ເຂົາກະຖ້າເພິ່ນຢູ່ຕັ້ງດົນ ໂທຫາກະບໍ່ຕິດ ບໍ່ເຫັນມາຈັກເທື່ອກະຄິດວ່າບໍ່ໄປລະ”

“ກະເລີຍໄປປະ” ຂ້ອຍເບ້ປາກ

“ເຂົາກະນຶກວ່າເພິ່ນຢາກສະຫວີດກັບແຟນເນາະ ກະບໍ່ຢາກເປັນ ກຂຄ ແຫຼະເວີ້ຍ”

ໄດ້ຍິນແນວນັ້ນເຮັດໃຫ້ເສັ້ນຄວາມອົດທົນຂ້ອຍຂາດພວດ ກ່ອນຈະລຸກຂຶ້ນຮ້ອງສຽງດັງ “ບອກແລ້ວວ່າບໍ່ແມ່ນແຟນ!!!!”

ຫຼັງເວົ້າໄປ ພວກໝູ່ຂ້ອຍພາກັນອຶ້ງ ແນມເບິ່ງຂ້ອຍນິ້ງ... ສາຍຕາທຸກຄູ່ໃນຫ້ອງກະຈັບຈ້ອງມາທາງຂ້ອຍ... ຂ້ອຍຫາກໍ່ຮູ້ຕົວວ່າເວົ້າຫຍັງອອກໄປ ຈຶ່ງນັ່ງລົງ

”ຂ...ຂໍໂທດ” ຂ້ອຍເວົ້າສຽງຄ່ອຍພ້ອມກົ້ມໜ້ານິ້ງ

“ອ... ອື່ ພວກເຂົ້າກະຂໍໂທດທີ່ມື້ວານໄປປະເພິ່ນຄືກັນ”

“ເອີ່ ແຕ່ມື້ວານນີ້ ເປັນຕາຢ້ານໄດ໋ເນາະ ຕອນນັ້ນນະ” ໝູ່ຂ້ອຍພາຍາຍາມປ່ຽນຫົວເລື່ອງເພື່ອກົບເກື່ອນບັນຍາກາດ... ຂ້ອຍບໍ່ຮູ້ວ່າເຂົາເຈົ້າເວົ້າເລື່ອງຫຍັງ ເລີຍນັ່ງຟັງ

“ແມ່ນ ລົດຕູ້ຄັນນັ້ນລ້ຽວຕັດໜ້າມາ ເກືອບຊົນລົດເຂົາ”

“ເວົ້າມາລະເປັນຕາສຽວ ດີທີ່ບໍ່ເປັນຫຍັງຫຼາຍ”

ຂ້ອຍທີ່ບໍ່ໄດ້ຢູ່ໃນເຫດການ ບໍ່ຮູ້ວ່າຊິເວົ້າຫຍັງ ...ພໍດີກັບສຽງກະຫຼີ່ງເຂົ້າຫ້ອງ ການສົນທະນາຂອງພວກຂ້ອຍຈຶ່ງຢຸດລົງເທົ່ານັ້ນ

ຕອນນີ້ຂ້ອຍກຳລັງສັບສົນ... ຂ້ອຍເປັນຫຍັງໄປ ແຕ່ກ່ອນຂ້ອຍບໍ່ໄດ້ເປັນຄົນຂີ້ຫງຸດຫງິດປານນີ້ຕວ່າ... ມີຫຍັງຂ້ອຍກະມັກຈະເກັບໄວ້ໃນໃຈ ບໍ່ຄ່ອຍສະແດງຄວາມເຫັນ... ຢູ່ດີໆເປັນຫຍັງຂ້ອຍຄືຮ້ອງອອກໄປແນວນັ້ນລະ ເວົ້າມາລະເປັນຕາອາຍ... ຂ້ອຍບໍ່ຄວນຮ້ອງໃສ່ໝູ່ແນວນັ້ນເລີຍ...



ຫຼັງເລີກຮຽນ ເມື່ອແຍກກັນພວກໝູ່ທີ່ອອກໄປເຮັດກິດຈະກຳ ແລະເວນອະນາໄມ ຂ້ອຍກະຍ່າງອອກມາຄົນດຽວອີກຕາມເຄີຍ ດີທີ່ເຂົາເຈົ້າບໍ່ໄດ້ຖືສາຫຍັງຫຼາຍ

ຫວັງວ່າມື້ນີ້ເມກຄົງຈະບໍ່ມາກໍ່ກວນຂ້ອຍອີກກະແລ້ວກັນ... ຊ່ວງນີ້ຈັກເປັນຫຍັງ ຊີວິດບໍ່ເປັນໄປຕາມທີ່ຄິດຕະຫຼອດ ແລະທຸກຄັ້ງມັກຈະກ່ຽວກັບເມກສະເໝີ...

ຕົກລົງໝໍນັ້ນຢາກເຮັດຫຍັງກັນແທ້ ຂ້ອຍເອງກະບໍ່ເຂົ້າໃຈ

ຂ້ອຍຍ່າງຫຼິ້ນຂ້າເວລາໄປເລື້ອຍ ເມື່ອຮອດເວລາເລີກຮຽນຂ້ອຍກໍ່ກຳລັງຈະຍ່າງອອກໄປຄອກລົດ ແຕ່ພັດມີໃຜບາງຄົນມາຢືນລັດໜ້າຂ້ອຍໄວ້

ຂ້ອຍຖອນຫາຍໃຈເຮືອກເມື່ອຮູ້ວ່າຄົນທາງໜ້າແມ່ນໃຜ... ໝໍນັ້ນອີກແລ້ວ...

“ເພິ່ນຕ້ອງການຫຍັງກັນແທ້!! ເປັນຫຍັງຕ້ອງມາຫຍຸ້ງກ່ຽວກັບຊີວິດເຂົານຳ!?” ຂ້ອຍຮ້ອງຖາມໄປ ພາຍາຍາມລະງັບຄວາມຄຽດ

ເມກຍັງຄົງເຮັດໜ້າເສີຍໆບໍ່ສື່ເຖິງຫຍັງ “ພິມ ວັນອາທິດນີ້ຫ້າມ...”

“ເຊົາໄດ້ບໍ່ ບໍ່ຕ້ອງມາຫຍຸ້ງກັບເຂົາ” ຂ້ອຍບໍ່ເຂົ້າໃຈລາວເລີຍ ເປັນຫຍັງຕ້ອງເວົ້າຢ້ຳໆເລື່ອງທີ່ຂ້ອຍບໍ່ເຂົ້າໃຈນຳ “ເພິ່ນແມ່ນໃຜ ມີສິດຫຍັງຫຍັງມາຫ້າມບໍ່ໃຫ້ເຂົາໄປໃສ ຫມູ່ກະບໍ່ແມ່ນ ຮູ້ຈັກກະບໍ່ຮູ້ຈັກ ເປັນໃຜມາແຕ່ໃສກະບໍ່ຮູ້”

ລາວງຽບໄປຫຼາຍວິນາທີ ຈົນຂ້ອຍເກືອບຈະຍ່າງຈາກໄປ “ເຂົາ... ບໍ່ແມ່ນຄົນທີ່ເພິ່ນຮູ້ຈັກ.. ບໍ່ແມ່ນໝູ່ ບໍ່ມີສິດຫຍັງເລີຍ” ລາວເວົ້າຕອບຄຳທີ່ຂ້ອຍເວົ້າ “ແຕ່ເຂົາ ຢາກເຈິເພິ່ນມາຕະຫຼອດ”

“ແຕ່ເຂົາບໍ່ຢາກເຈິເພິ່ນ ໄປໄກໆໄດ້ບໍ່ ລຳຄານ!!” ຂ້ອຍຮ້ອງອອກໄປສຽງດັງ ເຮັດໃຫ້ຄົນແຖວນັ້ນຫັນມາເບິ່ງ ເມື່ອຮູ້ສຶກໄດ້ເຖິງສາຍຕາຫຼາຍສິບຄູ່ທີ່ແນມມາ ຂ້ອຍກໍ່ບໍ່ມີໜ້າຈະຢືນຢູ່ບ່ອນນັ້ນຕໍ່ໄປ

ຂ້ອຍຫັນຫຼັງຍ່າງຈາກມາຢ່າງໄວ ບໍ່ຄິດແມ່ນແຕ່ຈະຫັນກັບໄປເບິ່ງໜ້າໝໍນັ້ນ...

ຂ້ອຍອາດຈະເວົ້າແຮງເກີນໄປ ແຕ່ກະດີແລ້ວ ມັນໜ້າຈະເຮັດໃຫ້ລາວເຊົາມາວົນວາຍກັບຂ້ອຍອີກ... ມັນໜ້າຈະດີແລ້ວ...

ຂ້ອຍໄດ້ແຕ່ຄິດແນວນັ້ນຕະຫຼອດຫຼັງຈາກນັ້ນ...


-----------------


ມື້ທີ 5 ວັນສຸກ



ຫຼັງກະຫຼີ່ງເລີກຮຽນດັງຂຶ້ນ ເມື່ອອາຈານອອກຈາກຫ້ອງໄປແລ້ວ ສະພາບພາຍໃນຫ້ອງກໍ່ເລີ່ມວົນແຊວກັນ ຂ້ອຍຫັນໄປລົມກັບໝູ່ເລັກໜ້ອຍ ແລະກຳລັງມ້ຽນປຶ້ມສໍ ກໍ່ພໍດີກັບທີ່ສຽງໜຶ່ງດັງຂຶ້ນ

“ພວກເພິ່ນ!” ໝູ່ໃນຫ້ອງຂ້ອຍຄົນໜຶ່ງທີ່ຊື່ ນ້ຳ ເວົ້າຂຶ້ນທ່າມກາງສະພາບຫ້ອງອັນວຸ້ນວາຍ ເຮັດໃຫ້ຫຼາຍໆຄົນຫັນໄປຫາດ້ວຍຄວາມສົນໃຈ

ພວກຂ້ອຍເຊິ່ງກຳລັງກຽມເກັບກະເປົ໋າ ກໍ່ພາກັນຫັນໄປເບິ່ງ

“ວັນອາທິດນີ້ຫວ່າງບໍ່” ນ້ຳຄົນນັ້ນປະກາດສຽງກ້ອງໃຫ້ໄດ້ຍິນກັນທົ່ວຫ້ອງ ຖາມແນວນັ້ນ ສົງໃສລາວຊິຊວນໄປໃສຕິ ຂ້ອຍຄິດ “ວັນອາທິດນີ້ເຮັດໂຕໃຫ້ຫວ່າງໆໄວ້ເດີ້ ເຂົາຊິຈັດງານວັນເກີດ”

ຫຼັງລາວເວົ້າຈົບກະມີສຽງຕອບຮັບຈາກໝູ່ອ້ອມຂ້າງ ຫຼາຍໆພາກັນຖາມເຖິງລາຍລະອຽດກ່ຽວກັບວັນເກີດຂອງນ້ຳ ເນື່ອງຈາກວ່ານ້ຳເປັນຄົນມະນຸດສຳພັນດີ ເລີຍເປັນທີ່ຮັກຂອງຄົນໃນຫ້ອງ ພວກຂ້ອຍກະເຊັ່ນກັນ ກຸ່ມພວກຂ້ອຍເລີຍຕົກລົງກັນວ່າຈະໄປວັນເກີດນ້ຳໃນວັນອາທິດນີ້ກັນ

...

ເມື່ອແຍກກັນກັບໝູ່ ຂ້ອຍກໍ່ຍ່າງໄປຕາມທາງຍ່າງ ພາງຄິດໆວ່າມື້ອື່ນຈະໄປຫາຊື້ຂອງຂວັນໃຫ້ນ້ຳ ວັນເກີດນ້ຳວັນອາທິດ ໄປຊື້ວັນເສົາກະໜ້າຈະທັນ ແຕ່ຂ້ອຍຍັງຄິດບໍ່ອອກວ່າຈະຊື້ຫຍັງດີ...

ເມື່ອຄິດໄປໄດ້ໜ້ອຍໜຶ່ງ ຂ້ອຍກໍ່ຮູ້ສຶກສະດຸດ... ວັນອາທິດ....?

ວັນອາທິດ...

ຂ້ອຍຮູ້ສຶກແປກໆກັບຄຳວ່າວັນອາທິດ... ຮູ້ສຶກວ່າເມກຈະມັກເວົ້າຢ້ຳເຖິງວັນອາທິດທຸກຄັ້ງທີ່ເຈິ... ຍ້ອນຫຍັງກັນ? ເປັນຫຍັງໝໍນັ້ນຕ້ອງຍຶດຕິດກັບວັນອາທິດນຳ

ໝໍນັ້ນມັກເວົ້າວ່າຫຍັງ...

ຫ້າມໃຫ້ຂ້ອຍໄປໃສໃນວັນອາທິດ...

ເປັນຫຍັງ...?

ແລ້ວລາວຮູ້ໄດ້ແນວໃດວ່າຂ້ອຍຈະໄດ້ອອກບ້ານໃນວັນອາທິດ...?

ເມື່ອຄິດໄດ້ແນວນີ້ ຂ້ອຍກໍ່ຮູ້ສຶກວ່າມັນແປກໆ

ຫຼືໝໍນັ້ນຈະຮູ້ວ່ານ້ຳຈະຈັດວັນເກີດ ກະເລີຍບໍ່ຢາກໃຫ້ຂ້ອຍໄປ?

ເພື່ອຫຍັງລະ...?

ໂອຍ ແຮງຄິດແຮງສັບສົນ ເລື່ອງຂອງເມກມີແຕ່ປິດສະໜາທີ່ຂ້ອຍບໍ່ຮູ້ທັງນັ້ນເລີຍ

ມື້ນີ້ຖ້າໄດ້ເຈິໝໍນັັ້ນ ຊິຖາມໃຫ້ມັນຮູ້ແລ້ວຮູ້ລອດ!

ຂ້ອຍຍ່າງໄປພ້ອມທັງສອດສ່ອງຫາວ່າໝໍນັ້ນຢູ່ບໍ່ ທັງຕາມທາງຍ່າງ ທັງໃນເດີ່ນ ແລະທີ່ໂຕະຫີນ... ແຕ່ກໍ່ບໍ່ເຈິ ຂ້ອຍເລີຍໄປນັ່ງຢູ່ໂຕະຫີນຖ້າ ຄິດວ່າອີກບໍ່ດົນໜ້າຈະໄດ້ເຈິເມກ ແຕ່ຫຼັງຜ່ານໄປຫຼາຍນາທີຈົນໂຮງຮຽນໃກ້ຈະເລີກ ກໍ່ບໍ່ເຫັນແມ່ນແຕ່ເງົາຂອງໝໍນັ້ນເລີຍ

ໝໍນັ້ນຫາຍໄປໃສແລ້ວ?? ຂ້ອຍໄດ້ແຕ່ສົງໃສໃນໃຈ

ທຸກເທື່ອເຖິງຂ້ອຍບໍ່ເອີ້ນ ບໍ່ຄິດຢາກເຈິ ລາວກະມາປະກົດຕົວຕໍ່ໜ້າຂ້ອຍ ພ້ອມທັງເວົ້າຫຍັງແປກໆ ແຖມຍັງເຮັດຫຍັງແປກໆອີກ ແລ້ວມື້ນີ້ລາວຄືບໍ່ມາ?

ບາດຕອນບໍ່ເອີ້ນລະມາໄດ້ມາດີ ບາດຕອນຢາກເຈິເປັນຫຍັງຄືບໍ່ເຫັນມາເນາະ ທ້າວນີ້... ຊິວ່າລະ ລາວຮຽນຢູ່ຫ້ອງໃດປີໃດຂ້ອຍກະຍັງບໍ່ຮູ້ ຊື່ກະຮູ້ແຕ່ຊື່ຫຼິ້ນ... ຂ້ອຍບໍ່ຮູ້ຫຍັງກ່ຽວກັບເມກເລີຍ

ຄິດໄປຄິດມາ ເລີຍນຶກຂຶ້ນມາໄດ້ວ່າ ມື້ວານນີ້ຂ້ອຍໄລ່ລາວໄປຕວ່າເນາະ! ໂອຍ ຂ້ອຍລືມໄປ... ທີ່ລາວບໍ່ມາມື້ນີ້ເປັນນຳຂ້ອຍໄປເວົ້າໃຫ້ລາວແມ່ນບໍ່... ຂ້ອຍບໍ່ໜ້າໄປໄລ່ລາວແນວນັ້ນເລີຍ ຕອນນັ້ນຂ້ອຍເວົ້າແຮງໄປແມ່ນບໍ່ ຄິດຂຶ້ນມາລະຮູ້ສຶກຜິດ

ຫຼືຂ້ອຍຄວນຈະຂໍໂທດບໍ່...? ແຕ່... ແຕ່ລາວກະບໍ່ຄວນມາຫຍຸ້ງກັບຂ້ອຍຕວ່າ ຢູ່ດີໆເປັນຫຍັງມາຍາດໂທລະສັບຂ້ອຍ ແຖມຍັງເຮັດໃຫ້ຂ້ອຍບໍ່ໄດ້ໄປກັບໝູ່ອີກ ມັນກະໜ້າຈະສົມກັບລາວແລ້ວ...

ເມື່ອຄິດໄດ້ດັ່ງນັ້ນ ຂ້ອຍຈຶ່ງພາຍາຍາມບໍ່ຄິດເຖິງໝໍນັ້ນອີກ ຖ້າລາວບໍ່ມາຫຍຸ້ງກັບຂ້ອຍອີກ ມັນກະໜ້າຈະດີແລ້ວ

...

ມັນໜ້າຈະດີແລ້ວ ແມ່ນບໍ່...

ຂ້ອຍສະຫຼຸບໄປແນວນັ້ນ ແຕ່ໃຈຈິງກະຮູ້ສຶກແປກໆ... ຄວາມຮູ້ສຶກແບບນີ້ມັນແມ່ນຫຍັງກັນ...


---------------


ມື້ທີ 6 ວັນເສົາ


ມື້ນີ້ຂ້ອຍຊວນໝູ່ອອກໄປຫາເລາະຊື້ຂອງຂວັນໃຫ້ນ້ຳ ນັດກັນໄປຊື້ຢູ່ຮ້ານກິ໊ບຊັອບຮ້ານໜຶ່ງ ຂະນະທີ່ກຳລັງເລືອກຊື້ຂອງຂວັນກັນ ຂ້ອຍຫັນໄປເຫັນຈອກທີ່ປະດັບລວດລາຍເປັນຮູບເມກເບິ່ງສວຍງາມຕ້ອງຕາ ເລີຍຈັບຂຶ້ນມາເບິ່ງ

ເມກ... ຂ້ອຍຄິດໃນໃຈ

ຕັ້ງແຕ່ຕອນນັ້ນ ໝໍນັ້ນກໍ່ບໍ່ໂຜ່ໜ້າມາໃຫ້ຂ້ອຍເຫັນອີກເລີຍ... ມັນກະໜ້າຈະດີແລ້ວ ແຕ່ເປັນຫຍັງຂ້ອຍຄືຮູ້ສຶກແປກໆ ເໝືອນກັບມີບາງຢ່າງທີ່ຍັງຄ້າງຄາໃນໃຈ ເຮັດໃຫ້ຂ້ອຍສະຫຼັດເລື່ອງຂອງເມກອອກໄປຈາກຄວາມຄິດບໍ່ໄດ້ຈັກເທື່ອ...

“ງາມໄດ໋ເນາະ ຈອກນີ້...” ຂ້ອຍຫັນໄປຫາຄົນທີ່ເວົ້າທ້ວງ ພົບວ່າແມ່ນເຜິ້ງ ໜຶ່ງໃນໝູ່ກຸ່ມຂ້ອຍເອງ ເຜິ້ງເປັນຄົນຂ້ອນຂ້າງທ້ວມ ແຕ່ໜ້າຮັກ ລາວມັກທັກທຸກໆຄົນກ່ອນສະເໝີ ແຖມຍັງເປັນສະມາຊິກກຸ່ມຂ່າວສານນຳ “ເພິ່ນຊິເອົາອັນນີ້ຫວາ ພິມ”

ຂ້ອຍແນມເບິ່ງຈອກໃນມື ກ່ອນຈະວາງລົງ “ເອົາອັນອື່ນດີກວ່າ”

ວ່າແລ້ວກໍ່ຍ່າງໄປອີກທາງ ເຮັດໃຫ້ເຜິ້ງແນມມາທາງຂ້ອຍຢ່າງງົງໆ... ແຕ່ຍ່າງໄປໄດ້ກ້າວໜຶ່ງ ຂ້ອຍກໍ່ຢຸດຊະງັກຫັນກັບໄປຄືນ

“ເຜິ້ງ...” ຂ້ອຍຢຸດໄປໜ້ອຍໜຶ່ງ ຮູ້ສຶກລັງເລວ່າຈະຖາມອອກໄປດີບໍ່...

ເຜິ້ງແນມມາເໝືອນກຳລັງຖ້າວ່າຂ້ອຍຈະເວົ້າຫຍັງ

ຂ້ອຍສູດຫາຍໃຈເຂົ້າເລິກໆເມື່ອຕັດສິນໃຈໄດ້ “ເຜິ້ງ... ເພິ່ນຮູ້ຈັກຄົນຊື່ເມກບໍ່...?”

ເວົ້າສຸດຄວາມຂ້ອຍກໍ່ກັ້ນໃຈ ເຖິງເຜິ້ງຈະຮູ້ຈັກຄົນຫຼາຍ ກໍ່ອາດຈະບໍ່ຮູ້ຈັກໝໍນັ້ນກະໄດ້... ລາວຈະຫາວ່າຂ້ອຍຖາມຫຍັງແປກໆບໍ່ເນາະ... ແນ່ນອນວ່າຄຳຕອບຄົງຈະເປັນ...

“ຮູ້ຈັກແຫຼະ“

ຫະ! ຂ້ອຍເຮັດໜ້າປະຫຼາດໃຈ

“ໄຊຍະເມກຫັ້ນຕວ່າ” ເຜິ້ງເວົ້າ ຂ້ອຍທີ່ຍັງແປກໃຈກະເອີອໍໄປ ເພາະບໍ່ເຄີຍຮູ້ຊື່ແທ້ລາວມາກ່ອນຄືກັນ “ເຂົາເຄີຍຮຽນນຳລາວຕອນ ມ.ຕົ້ນ ເລີຍຈື່ໄດ້”

“ລາວເປັນຄົນແນວໃດນະ?” ຂ້ອຍຍັງບໍ່ແນ່ໃຈວ່າເມກທີ່ເຜິ້ງຮູ້ຈັກ ແມ່ນຄົນດຽວກັນກັບທີ່ຂ້ອຍຄິດບໍ່

ເຜິ້ງເຮັດທ່າທາງຄົ້ນຄິດ “ອື່ມ... ເປັນຄົນແປກໆນະ ບາງເທື່ອລາວກະມັກເວົ້າຫຍັງແປກໆ... ຈົນຄົນອື່ນນຳບໍ່ທັນ... ແຖມບາງເທື່ອເຂົາກະເຫັນລາວເຮັດຫຍັງແປກໆນຳ”

ສົງໃສຊົງຊິແມ່ນລະ... ໝໍນັ້ນມັກເວົ້າຫຍັງແປກໆ ເຮັດຫຍັງແປກໆຈົນຂ້ອຍນຳບໍ່ທັນ ...ແຕ່ ເປັນຫຍັງລາວຈຶ່ງເປັນແນວນັ້ນລະ “ຊັ້ນ ຕອນນີ້ລາວກະຮຽນຢູ່ປີດຽວກັບເຮົາຕວ່າ?”

“ແມ່ນລະ ແຕ່ຢູ່ຄົນລະຫ້ອງກັນ”

ອື່ມ ຢ່າງໜ້ອຍຂ້ອຍກະຮູ້ແລ້ວວ່າລາວເປັນໃຜ ແຕ່ຂໍ້ມູນພຽງເທົ່ານີ້ ກະບໍ່ໄດ້ບອກຫຍັງໄປຫຼາຍກວ່າເກົ່າເລີຍ...

“ແລ້ວ ພິມ ມາຖາມເລື່ອງລາວເຮັດຫຍັງນະ?” ເຜິ້ງເຮັດໜ້າສົງໃສ ເຊິ່ງຂ້ອຍເອງກໍ່ບໍ່ຮູ້ວ່າຈະແກ້ຕົວແນວໃດ ຈຶ່ງໄດ້ແຕ່ອຶກໆອັກໆ

“ອໍ່ ບໍ່ມີຫຍັງດັອກ ຖາມຊື່ໆ” ຂ້ອຍເວົ້າຕັດບົດ ແລ້ວຫັນໄປເລືອກຂອງຂວັນຕໍ່ ເພື່ອກັນບໍ່ໃຫ້ເຜິ້ງຖາມຕໍ່ ເຖິງເຜິ້ງຈະຍັງເຮັດໜ້າສົງໃສ ແຕ່ລາວກໍ່ບໍ່ໄດ້ເວົ້າຫຍັງອີກ...

ເມື່ອແຍກຍ້າຍກັນໄປ ຂ້ອຍກໍ່ຂີ່ລົດກັບບ້ານ ໂດຍທີ່ໃນໃຈຍັງຄິດເຖິງແຕ່ເລື່ອງຂອງເມກ...

ເປັນຫຍັງເມກຕ້ອງເຮັດແບບນັ້ນ

ເປັນຫຍັງເມກຕ້ອງເວົ້າຫຍັງແປກໆ

ເປັນຫຍັງເມກຕ້ອງເຂົ້າມາຫຍຸ້ງກ່ຽວກັບຂ້ອຍ

ແລ້ວເປັນຫຍັງລາວຈຶ່ງຍຶດຕິດຢູ່ກັບຄຳວ່າວັນອາທິດ?

ຈະເກີດຫຍັງຂຶ້ນເມື່ອຮອດມື້ອື່ນ... ໃນວັນເກີດນ້ຳ ເມື່ອຂ້ອຍອອກຈາກບ້ານ...?

ຂ້ອຍຈະບໍ່ຮູ້ຈົນກວ່າຈະໄດ້ພິສູດດ້ວຍຕົວເອງ ທີ່ບ້ານນ້ຳ ໃນມື້ອື່ນ...


----------------


ມື້ສຸດທ້າຍ... ວັນອາທິດ


ບ້ານນ້ຳເປັນເຮືອນຫ້ອງແຖວສອງຫ້ອງຕິດກັບແຄມທາງ ສ່ວນໃຫຍ່ລາວຊວນແຕ່ໝູ່ໃນຫ້ອງ ຈຶ່ງເປັນງານວັນເກີດທີ່ບໍ່ໃຫຍ່ປານໃດ

ເມື່ອພວກຂ້ອຍໄປຮອດກໍ່ຖືກເຊີນເຂົ້າໄປດ້ານໃນ ເຊິ່ງຖືກຕົບແຕ່ງປະດັບປະດາດ້ວຍປູມເປົ້າຫຼາກສີ ໝູ່ຫຼາຍຄົນມາຮອດແລ້ວ ແລະເລີ່ມກິນອາຫານທີ່ຖືກຈັດໄວ້

ມື້ນີ້ນ້ຳແຕ່ງຕົວໜ້າຮັກກວ່າທຸກມື້ ລາວຍິ້ມແຍ້ມຮັບເອົາຂອງຂວັນຈາກທຸກໆຄົນທີ່ມາຮອດ

ທຸກຢ່າງຍັງຄົງດຳເນີນໄປຕາມປົກກະຕິ

ຫຼັງຈາກເປົ່າເຄັກແລະແຈກໃຫ້ທຸກໆຄົນ ບັນຍາກາດຍັງຄົງເບິ່ງຟົດຟື້ນມ່ວນຊື່ນ ແນມເຫັນບາງຄົນເລີ່ມຊວນໝູ່ມາຫຼິ້ນເກມບາງຢ່າງ ທີ່ໃຜແພ້ລະຕ້ອງກິນເບຍ ຂ້ອຍເລີຍພາຍາຍາມຫຼົບໄປນັ່ງກິນເຄັກງຽບໆຢູ່ມຸມໜຶ່ງຂອງຫ້ອງ

ນັ່ງກົ້ມໜ້າກົ້ມຕາກິນເຄັກ ພາງຄິດວ່າຊິກັບຈັກໂມງດີ... ສຽງແລ່ນຢ່າງຟ້າວຝັ່ງທີ່ຂ້ອຍຮູ້ສຶກວ່າມັນດັງໃກ້ເຂົ້າມາເລື້ອຍໆກໍ່ເຮັດໃຫ້ຂ້ອຍເງີຍໜ້າຂຶ້ນ ແຕ່ ກ່ອນຈະທັນໄດ້ແນມເບິ່ງ ໃຜຄົນນັ້ນກໍ່ຍູ້ຕັ່ງທີ່ຂ້ອຍນັ່ງ ຈົນເຊລົ້ມລົງໄປເກືອບຫົວຟາດພື້ນ

ປ້ຽງ!!!!!!!

ຍັງບໍ່ທັນທີ່ຂ້ອຍຈະຫັນໄປຕໍ່ວ່າຄົນທີ່ເຮັດໃຫ້ຂ້ອຍລົ້ມ ສຽງດັງສະໜັ່ນປານໂລກຊິແຕກກໍ່ດັງຂຶ້ນໃກ້ໆ ຂ້ອຍຕື່ນຕົກໃຈຈົນໃຈຫາຍວູບ ແລະຄິດວ່າທຸກໆຄົນໃນທີ່ນັ້ນກໍ່ຄົງຈະຕົກໃຈບໍ່ຕ່າງກັນ

ຕໍ່ຈາກສຽງທີ່ດັງແສບແກ້ວຫູ ກໍ່ຕາມດ້ວຍສຽງກ້ອນຫິນກິ້ງກະທົບກັນເປັນແຖວຍາວ

ຂ້ອຍແນມເບິ່ງພາບເບື້ອງໜ້າຢ່າງບໍ່ຢາກເຊື່ອສາຍຕາຕົວເອງ ວັດຖຸບາງຢ່າງທີ່ເບິ່ງຄົງຈະເປັນລົດ ຕຳພັງປະຕູເຫຼັກເຂົ້າມາໃນບ້ານໃນຕຳແໜ່ງທີ່ຂ້ອຍເຄີຍນັ່ງ!

ກ້ອນຫິນດິນຈີ່ຫຼາຍກ້ອນກະຈາຍພັງລົງມາ ປະຕູເຫຼັກບຸບຸ້ມຈົນເບິ່ງຊົງຊິໃຊ້ການບໍ່ໄດ້ແລ້ວ ເສດເຫຼັກຊີ້ໂດເດ່ ກະແຈກກະຈາຍເບິ່ງເລະເທະ

ຈາກທີ່ເຄີຍຄຶກຄື້ນ ຕອນນີ້ພັດເບິ່ງງຽບມິດຈົນເປັນຕາຢ້ານ ...ຂ້ອຍຫັນໄປດ້ານຂ້າງອີກເລັກນ້ອຍ ທ່າມກາງກອງເສດຫິນດິນຊາຍ ມີຮ່າງຂອງໃຜບາງຄົນນອນຢູ່ກັບທີ່...

ໃຜບາງຄົນທີ່ຊຸກຕັ່ງຂ້ອຍຈົນລົ້ມ...

ໃຜບາງຄົນທີ່ຖືກກະແທກຈົນກະເດັນ...

ຊ່ວງເວລານັ້ນ ເໝືອນກັບເວລາທຸກວິນາທີຖືກຢຸດໄວ້ກັບທີ່ ພາບທີ່ເຫັນເບື້ອງໜ້າເຮັດໃຫ້ຂ້ອຍເກືອບສິ້ນສະຕິ ຂ້ອຍແນມເບິ່ງນ້ຳສີແດງທີ່ຄ່ອຍໆໄຫຼນອງເປື້ອນພື້ນພົມດ້ວຍດວງຕາອັນສັ່ນເທົາ ກິ່ນຄາວໆລອຍຢາຍໄປທົ່ວ

ມັນບໍ່ແມ່ນເລື່ອງຈິງແມ່ນບໍ່... ຂ້ອຍກຳລັງຝັນໄປແມ່ນບໍ່... ທຸກຢ່າງມັນບໍ່ໄດ້ເກີດຂຶ້ນຈິງ ທຸກຢ່າງເປັນພຽງພາບລວງຕາທີ່ຂ້ອຍສ້າງຂຶ້ນເທົ່ານັ້ນ ຂ້ອຍໄດ້ແຕ່ເວົ້າກັບຕົວເອງ...

ແຕ່ພາບທີ່ເຫັນຍັງຄົງສາຍຊັດ ເໝືອນກັບກຳລັງຕອກຢ້ຳຄວາມເປັນຈິງໃຫ້ຝັງເລິກໄປໃນຈິດສຳນຶກ ...ໃບໜ້າຂອງຄົນທີ່ນອນນິ້ງຢູ່ເບື້ອງໜ້າ ຂ້ອຍຈື່ໄດ້ດີ... ໃບໜ້າທີ່ເບິ່ງຄຸ້ນຕາ ເຊິ່ງຂ້ອຍເຄີຍໄລ່ໃຫ້ໄປໄກໆ

ດວງໜ້າທີ່ເຮັດໃຫ້ຫົວໃຈຂ້ອຍສັ່ນໄຫວກະຕຸກຢ່າງຮຸນແຮງ...

“ເມກ...” ຂ້ອຍພຶມພໍາຊື່ນັ້ນອອກມາເບົາໆ

ໃນຂະນະທີ່ຫຼາຍໆຄົນຍັງບໍ່ຮູ້ຈະເຮັດແນວໃດ ໃຜບາງຄົນທີ່ໄດ້ສະຕິກ່ອນໝູ່ຈຶ່ງໂທເອີ້ນລົດໂຮງໝໍ ແລະຕຳຫຼວດ

ຂ້ອຍຍ່າງໄປເບື້ອງໜ້າ ຄູ່ເຂົ່າລົງຕໍ່ໜ້າຮ່າງກາຍທີ່ເຕັມໄປດ້ວຍຂອງເຫລວສີແດງ ບໍ່ຮູ້ເຫື່ອແຮງຂອງຂ້ອຍຫາຍໄປຕອນໃດ ຮູ້ສຶກສັ່ນເທົາໄປທັງຕົວ ແມ່ນແຕ່ຈະຍົກແຂນຂຶ້ນຍັງຍາກລຳບາກເໝືອນມີໂສ້ໜາໜັກມາລ່າມໄວ້

ພາບເບື້ອງໜ້າຍັງເບິ່ງຄືໄກຕົວ ເບິ່ງລ່ອງລອຍຢູ່ກາງອາກາດ ແຕ່ມັນຂັບໃຫ້ນ້ຳຕາເຈິ່ງນອງໄຫຼລິນເໝືອນກຳແພງເຂື່ອນທີ່ມີຮອຍລ້າວ ຄວາມເສົ້າຄ່ອຍໆໄຫຼເລິກ ຊຶມຜ່ານຫົວໃຈຂ້ອຍເທື່ອລະໜ້ອຍ... ທຸກວິນາທີຜ່ານໄປຢ່າງເຊື່ອງຊ້າຈົນໜ້າອຶດອັດ

ຄົນເບື້ອງໜ້າຍັງຄົງມີລົມຫາຍໃຈອ່ອນບາງເໝືອນເປັນສັນຍານເຕືອນເຖິງວິນາທີສຸດທ້າຍຂອງຊີວິດ ລາວມືນຕາຂຶ້ນຊ້າໆ ແລະແນມມາທາງຂ້ອຍ... ອຸ້ງມືທີ່ເຕັມໄປດ້ວຍເລືອດຄ່ອຍໆຍື່ນມາຫາຂ້ອຍ

ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ ຄວາມຮູ້ສຶກຫຼາກຫຼາຍຜະສົມປົນເປກັນຈົນຂ້ອຍສັບສົນ ແຕ່ບາງຢ່າງຂັບໃຫ້ຂ້ອຍຍື່ນມືອອກໄປປະຄອງໄວ້

ວິນາທີນັ້ນເອງທີ່ພາບຕ່າງໆຫຼັ່ງໄຫຼເຂົ້າມາໃນມະໂນຈິດດັ່ງສາຍນ້ຳໄຫຼຫຼາກຈົນຂ້ອຍເອງກໍ່ຕັ້ງຕົວບໍ່ຕິດ ພາບຕ່າງໆໄຫຼຜ່ານໄປໄວເໝືອນພາບເທິງແຜ່ນຟີມ ເບິ່ງເລື່ອນລອຍບໍ່ສະຖຽນຈົນຂ້ອຍເອງກໍ່ແຍກບໍ່ອອກວ່າມັນແມ່ນພາບຫຍັງແນ່

ຂ້ອຍເຫັນພາບຂອງຄົນທີ່ຮູ້ຈັກ ແລະບໍ່ຮູ້ຈັກ ທັງພາບເຄື່ອນໄຫວ ແລະຢຸດນິ້ງ ລວມເຖິງພາບສີ ແລະຂາວດຳ ບາງພາບເບິ່ງສັ່ນໄຫວຂຸ້ນມົວຈົນຂ້ອຍບໍ່ອາດຈັບໃຈຄວາມໄດ້ ໜ້າແປກທີ່ຢູ່ດີໆ ພາບຕ່າງໆກໍ່ເລີ່ມໄຫຼເລື່ອນຊ້າລົງ ແລະປະກົດຊັດຈົນຂ້ອຍສາມາດແນມເຫັນໄດ້່... ສິ່ງທີ່ສາຍຊັດປະຈັກ ເຮັດໃຫ້ຫົວໃຈຂ້ອຍເຕັ້ນແຮງຢ່າງ ປະຫຼາດໃຈ...

ຂ້ອຍແນມເຫັນພາບຂອງເດັກສາວຄົນໜຶ່ງກຳລັງຍ່າງເໝີ່ລອຍຢູ່ຕາມທາງຍ່າງ ແຕ່ຊົ່ວວິນາທີຕໍ່ມາ ລາວກໍ່ທີ່ຖືກໝາກບານຕີໃສ່ຈົນບາດເຈັບ... ອີກພາບໜຶ່ງເດັກສາວຄົນເກົ່າຖືກລົດຕູ້ປາດໜ້າຕອນຂີ່ລົດຈັກເທິງທ້ອງຖະໜົມຈົນລົ້ມລົງໄປ ຕໍ່ໄປເປັນພາບຂອງເດັກສາວທີ່ເບິ່ງເປັນຜູ້ໃຫຍ່ຂຶ້ນກວ່າເກົ່າຫຼາຍປີ ກຳລັງຍິ້ມຫົວມ່ວນ ຍ່າງໄປພ້ອມກັບຊາຍໜຸ່ມອີກຄົນທີ່ເບິ່ງຄຸ້ນໜ້າຄຸ້ນຕາ ເບິ່ງເໝືອນວ່າທັງສອງຄົນມີໃຈໃຫ້ຕໍ່ກັນ ເປັນຄວາມຮັກທີ່ເບິ່ງພິສຸດ

ຂ້ອຍເຫັນແມ່ນກະທັ້ງຮູບພິທີບາສີ ແລະງານແຕ່ງດອງຂອງທັງສອງຄົນ ທຸກໆຄົນເບິ່ງຍິ້ມແຍ້ມຢ່າງມີຄວາມສຸກເຫຼືອລົ້ນຈົນໜ້າອິດສາ ພາບທຸກຢ່າງເໝືອນເປັນພາບຝັນຊວນແນມ ຊວນຫຼົງໄຫຼ ຈົນບໍ່ອາດຖອນສາຍຕາ

ນ້ຳຕາຂ້ອຍໄຫຼອອກມາຢ່າງບໍ່ອາດຢຸດຢັ້ງ ເມື່ອຮັບຮູ້ໄດ້ວ່າ ພາບຂອງເດັກສາວນັ້ນ ຊ່າງລະມ້າຍຄ້າຍຄືຂ້ອຍເຫຼືອເກີນ...

ຂ້ອຍເລີ່ມຮັບຮູ້ເຖິງຄວາມເຈັບປວດຊຶມຜ່ານຫົວໃຈ ຄວາມເສົ້າໜາໜັກເໝືອນເປັນແສ້ຟາດລົງກາງແສກໜ້າ ເຮັດໃຫ້ຂ້ອຍຮູ້ສຶກຊາດ້ານໄປທັງຕົວ

ຫາກໍ່ເຂົ້າໃຈໃນຕອນນັ້ນເອງ ວ່າທຸກໆສິ່ງມັນບໍ່ໄດ້ເປັນໄປດັ່ງທີ່ຄິດ... ແຕ່ເມື່ອໄດ້ຮັບຮູ້ຄວາມຈິງ ທຸກໆຢ່າງມັນກໍ່ສວາຍເກີນໄປແລ້ວ

ຂ້ອຍຫັນແນມຄົນເບື້ອງໜ້າຢ່າງບໍ່ຢາກເຊື່ອສາຍຕາ... ລາວຍັງຄົງມີສະຕິເລືອນລາງແນມມາທາງຂ້ອຍດ້ວຍດວງຕາອັນອ່ອນໂຍນ

“ເມກ! ຢ່າຟ້າວເປັນຫຍັງໄປ! ອົດທົນໄວ້ກ່ອນ” ຂ້ອຍເວົ້າດ້ວຍສຽງອັນສັ່ນເຄືອຢ່າງບໍ່ອາດຄວບຄຸມໄວ້ໄດ້ອີກ

...ເມກ ຂ້ອຍບໍ່ເຂົ້າໃຈ ...ເພິ່ນເຮັດທຸກຢ່າງລົງໄປເພື່ອຫຍັງ!? ເປັນຫຍັງຕ້ອງເສຍສະຫຼະຕົວເອງຂະໜາດນີ້ນຳ ເປັນຫຍັງ...

ເປັນຫຍັງ!?!

ເມກແນມເບິ່ງຂ້ອຍ ປາກຂອງລາວເໜັງເໝືອນຈະຢາກເວົ້າຫຍັງບາງຢ່າງ ເຮັດໃຫ້ຂ້ອຍຊະງັກນິ້ງຕັ້ງໃຈຟັງ... ແຕ່ລາວຄົງຈະບໍ່ມີເຫື່ອແຮງພໍທີ່ຈະເອີ່ຍອອກມາໄດ້ ປາກຂອງລາວເໜັງເອີ່ຍເຖິງຄຳສາມຄຳອັນໄຮ້ສຽງ ແຕ່ຂ້ອຍກໍ່ຮັບຮູ້ໄດ້ເຖິງຄຳນັ້ນໄດ້ເໝືອນສຽງສາຍລົມແຜ່ວເບົາທີ່ຊື່ມຜ່ານຫົວໃຈຢ່າງອ່ອນໂຍນ

ເມື່ອສົ່ງຜ່ານຄຳໆນັ້ນໃຫ້ຂ້ອຍແລ້ວ ລາວກໍ່ຫຼັບຕາລົງ

ທ່າທາງຂອງລາວ ເຮັດໃຫ້ຂ້ອຍໃຈຫາຍວູບ “ດ໋ຽວກ່ອນ!! ເມກ! ເມກ!!!!”

ມືເຢັນຊືດທີ່ຂ້ອຍກຸມໄວ້ໃນຕອນນີ້ບໍ່ມີເຫື່ອແຮງໃດໆສົ່ງຜ່ານມາອີກແລ້ວ ຂ້ອຍໄດ້ແຕ່ແນມເບິ່ງໃບໜ້າຊີດຂາວໄຮ້ສີເລືອດຢ່າງບໍ່ຢາກເຊື່ອໃນສິ່ງທີ່ຄິດ...

ມັນບໍ່ຍຸດຕິທຳເລີຍ... ເປັນຫຍັງທຸກຢ່າງຕ້ອງເປັນແບບນີ້ນຳ...

ຖ້າຫາກຂ້ອຍບໍ່ມາງານວັນເກີດ ຖ້າຂ້ອຍເຊື່ອໃນຄຳເວົ້າຂອງເມກຕັ້ງແຕ່ກ່ອນໜ້ານີ້... ຫຼືຖ້າຂ້ອຍໄດ້ເຈິກັບເມກຕັ້ງແຕ່ດົນ ໄດ້ຮູ້ວ່າແທ້ຈິງແລ້ວລາວເປັນຄົນແນວໃດ ທຸກຢ່າງກໍ່ຄົງຈະບໍ່ລົງເອີຍແບບນີ້...

ຂ້ອຍກົ້ມໜ້ານິ້ງກຸມມືຂອງລາວໄວ້ແໜ້ນ ແລະບໍ່ອາດກັ້ນສຽງສະອື້ນໄດ້ອີກຕໍ່ໄປ

ຂ້ອຍບໍ່ຮັບຮູ້ຫຍັງອີກ ບໍ່ຮັບຮູ້ເຖິງສຽງໄຊເລນທີ່ດັງໜວກຫູ... ບໍ່ຮັບຮູ້ວ່າຄົນອ້ອມຂ້າງເຂົ້າມາຊ່ວຍເຫຼືອເມກ... ບໍ່ຮູ້ວ່າມີໃຜບາງຄົນວາງມືໄວ້ເທິງໄຫຼ່ອັນສັ່ນເທົາຂອງຂ້ອຍດັ່ງຈະປອບໃຈ ບໍ່ຮັບຮູ້ເຖິງຄວາມວຸ້ນວາຍຕ່າງໆທີ່ເກີດຂຶ້ນຫຼັງຈາກນັ້ນ

ພາບສຸດທ້າຍທີ່ຂ້ອຍເຫັນ ແມ່ນດວງໜ້າຂອງເມກທີ່ຫຼັບຕາເໝືອນຄົນກຳລັງຫຼັບໄຫຼ ພ້ອມດ້ວຍຮອຍຍິ້ມບາງໆທີ່ມຸມປາກ...

...

ຫຼັງຈາກນັ້ນ

ເມື່ອຂ້ອຍໄປໂຮງຮຽນ... ເຫດການທີ່ຂ້ອຍໄດ້ໄປປະສົບພົບດ້ວຍຕົນເອງ ກາຍເປັນຂ່າວທີ່ຄົນເວົ້າກັນໜາຫູ ວ່າກັນວ່າຄົນຂັບລົດຄັນນັ້ນອອກໄປສັງສັນກັບໝູ່ຈົນເມົາ ລົດຈຶ່ງເສຍຫຼັກຈົນຕຳເຂົ້າໄປໃນບ້ານ...

ຫຼາຍຄົນເຂົ້າມາຖາມສາລະທຸກສຸກດິບກັບຂ້ອຍ ລວມເຖິງອີກຫຼາຍໆຄົນທີ່ເຂົ້າມາລົມນຳດ້ວຍຄວາມຢາກຮູ້ຢາກເຫັນ...

ຂ້ອຍໄດ້ແຕ່ຕອບເຂົາໄປດ້ວຍນ້ຳສຽງທີ່ພາຍາຍາມດັດໃຫ້ເບິ່ງຄືວ່າບໍ່ເປັນຫຍັງຫຼາຍ...

ຄວາມຮູ້ສຶກເໝືອນຖືກຕອກຢ້ຳທຸກຄັ້ງທີ່ໄດ້ຍິນຄົນອື່ນເວົ້າເຖິງເລື່ອງນັ້ນ ເຮັດໃຫ້ຂ້ອຍບໍ່ຢາກເຈິໃຜອີກ ຈຶ່ງພາຕົວເອງຍ່າງໄປຫຼັງຕຶກຮຽນບ່ອນທີ່ບໍ່ຄ່ອຍມີຄົນ ເພື່ອພັກຜ່ອນສະຫງົບຈິດໃຈ

ໜ້າແປກທີ່ເຖິງຂ້ອຍຈະຢູ່ໃກ້ຊິດກັບເຫດການນັ້ນເກືອບທີ່ສຸດ ແຕ່ຂ້ອຍພັດບໍ່ໄດ້ຮັບບາດແຜຫຍັງຮ້າຍແຮງເລີຍ...

ຂ້ອຍຮູ້ດີ... ເຖິງບາດແຜທາງຮ່າງກາຍຈະບໍ່ໄດ້ຮັບຜົນກະທົບຫຍັງຫຼາຍ ແຕ່ດ້ານຈິດໃຈ ຂ້ອຍຮູ້ສຶກເໝືອນມີມີດບາດເລິກປັກຄາຈົນເລືອດໄຫຼຊຶມ ແລະບໍ່ມີທີທ່າວ່າຈະຫາຍຂາດໄດ້ໂດຍງ່າຍ...

ພາບຕ່າງໆຍັງຄົງຕິດຕາ... ທັງສຽງດັງສະໜັ່ນກຶກກ້ອງທີ່ສະທ້ອນໄປມາພາຍໃນຫົວ ເລືອດສີແດງ ແລະຮ່າງກາຍອັນເຢັນຊີດຂອງໃຜບາງຄົນທີ່ຍັງຄັ່ງຄ້າງໃນຈິດໃຈ

ພາບທີ່ເຮັດໃຫ້ຂ້ອຍຝັນຮ້າຍນອນບໍ່ຫຼັບ ເຫດການນັ້ນເຮັດໃຫ້ຂ້ອຍອ່ອນແຮງເສົ້າເສຍໃຈ...

ຂ້ອຍກົ້ມໜ້າ... ແນມເບິ່ງມືອັນສັ່ນເທົາຂອງຕົນເອງ

...ຂ້ອຍອາດຈະຕາຍໄປແລ້ວ...

...ຂ້ອຍຄົງຈະບໍ່ໄດ້ມາຢືນຢູ່ບ່ອນນີ້...

...ຖ້າຫາກບໍ່ມີລາວ...

ຂ້ອຍແນມເບິ່ງທ້ອງຟ້າທີ່ຍັງຄົງມີເມກໄຫຼເອື່ອຍໆ...

ທ້ອງຟ້າໃນວັນນີ້ບໍ່ຕ່າງຫຍັງກັບທ້ອງຟ້າໃນອາທິດກ່ອນ ມັນຍັງຄົງເປັນສີຟ້າຄາມ ປະດັບລ່ອງລອຍດ້ວຍເມກສີຂາວສະຫວ່າງ

ແຕ່ຈິດໃຈຂ້ອຍໃນຕອນນີ້ ມັນຊ່າງແຕກຕ່າງຈາກອາທິດທີ່ແລ້ວນີ້ເຫຼືອເກີນ

ເມື່ອຫຼັບຕາ ພາບຕ່າງໆຍັງຄົງຫຼົງເຫຼືອໃນຫ່ວງຄຳນຶງ ຂ້ອຍຍັງຈົດຈຳສິ່ງຕ່າງໆທີ່ເກີດຂຶ້ນໄດ້ດີ... ໂດຍສະເພາະພາບຂອງເມກ... ຂັບໃຫ້ນ້ຳຕາປິ່ມຈະໄຫຼລົ້ນຈາກດວງຕາ

ສຽງສາກຈາກໃບຫຍ້າເຕືອນຂ້ອຍວ່າມີໃຜບາງຄົນຍ່າງເຂົ້າມາ ຂ້ອຍຈຶ່ງປາດນ້ຳຕາອອກ

“ເອີ່... ພິມ” ສຽງຂອງເຜິ້ງດັງແວ່ວມາ ແຕ່ຂ້ອຍໃນຕອນນີ້ບໍ່ມີກະໃຈຈະຫັນໄປຫາ

ສຽງນັ້ນງຽບໄປດົນ ເໝືອນກັບລາວກຳລັງລັງເລທີ່ຈະເວົ້າ... “ມື້ວັນເສົາ... ຕອນທີ່ເຂົາແຍກກັບເພິ່ນ... ເຂົາໄດ້ເຈິເມກນຳ”

ຄຳເວົ້ານັ້ນເຮັດໃຫ້ຂ້ອຍຊະງັກ ຫັນກັບໄປເຫັນເຜິ້ງທີ່ເຮັດໜ້າເສົ້າໆກ່ອນຈະຍື່ນຊອງສີ່ຫຼ່ຽມສີຂາວມາໃຫ້ “ເມກລາວ... ຝາກຈົດໝາຍມາໃຫ້ເພິ່ນ”

ເມື່ອຂ້ອຍຮັບເອົາຊອງຈົດໝາຍສີຂາວສະອາດມາແລ້ວ ເຜິ້ງກໍ່ຍ່າງຈາກໄປ ເໝືອນກັບຮູ້ດີວ່າຕອນນີ້ຄວນຈະໃຫ້ຂ້ອຍຢູ່ຄົນດຽວຫຼາຍກວ່າ

ຂ້ອຍແນມເບິ່ງຊອງຈົດໝາຍຢູ່ດົນ ກ່ອນຈະເປີດຄີ່ອອກມາອ່ານ

‘ພິມ

ຖ້າເພິ່ນໄດ້ອ່ານຈົດໝາຍສະບັບນີ້ ສະແດງວ່າເຂົາຄົງຈະບໍ່ໄດ້ຢູ່ໃນໂລກນີ້ແລ້ວ
ເຖິງຈະເປັນຊ່ວງເວລາສັ້ນໆທີ່ໄດ້ພົບກັນ ແຕ່ເຂົາກໍ່ດີໃຈທີ່ໄດ້ລົມກັບເພິ່ນ
ເຂົາບໍ່ຕ້ອງການໃຫ້ພິມໂທດຕົວເອງ ທຸກຢ່າງໃນໂລກນີ້ຍ່ອມເປັນໄປຕາມທາງຂອງມັນ ຫາກບໍ່ແມ່ນເພິ່ນຫຼືເຂົາ ກໍ່ຕ້ອງມີໃຜອີກຄົນທີ່ຕ້ອງເສຍສະຫຼະ
ຢ່າຄິດວົນວຽນແຕ່ກັບອະດີດ ແລະຢ່າກັງວົນກັບອະນາຄົດ ແຕ່ຂໍໃຫ້ໃຊ້ຊີວິດປັດຈຸບັນຢ່າງຄຸ້ມຄ່າແລະມີຄວາມສຸກ
ມັນບໍ່ແມ່ນຄວາມຜິດຂອງພິມ... ເຂົາບໍ່ຕ້ອງການໃຫ້ພິມເປັນທຸກກັບສິ່ງທີ່ຜ່ານໄປແລ້ວ ດັ່ງນັ້ນ ຖ້າຈະລືມເຂົາໄປໄດ້ ໜ້າຈະເປັນການດີຕໍ່ພິມຫຼາຍກວ່າ

ລາກ່ອນ ພິມ’


ຂ້ອຍຮູ້ສຶກໃຈຫາຍວາບເມື່ອອ່ານຈົນຈົບ ມັນຮູ້ສຶກອັດອັ້ນເໝືອນມີບາງຢ່າງຕົກຕະກອນຝັງແໜ້ນໃນຈິດໃຈ...

ຂ້ອຍບໍ່ຢາກໃຫ້ມັນຈົບແບບນັ້ນ...

ຂ້ອຍແນມເບິ່ງທ້ອງຟ້າອີກຄັ້ງ ນ້ຳຕາຢົດໜຶ່ງໄຫຼ່ລົງມາຕາມຄອງແກ້ມ ແຕ່ຂ້ອຍປາດມັນອອກຢ່າງໄວວາ

ທຸກຢ່າງທີ່ຖືກປ່ຽນແປງ ໂຊກຊະຕາທີ່ຖືກຜັນປ່ຽນ ເວລາພຽງ 7 ວັນ ສາມາດປ່ຽນແປງຫຍັງໄດ້ຫຼາຍປານນີ້ເລີຍຫວາ...

ຂອບໃຈສຳລັບຊີວິດທີ່ເພິ່ນຊ່ວຍເອົາໄວ້ ເມກ... ແຕ່ຂ້ອຍບໍ່ໄດ້ຢາກໃຫ້ເປັນແບບນີ້ເລີຍ...

ໂຊກຊະຕາຂອງຂ້ອຍ ຖືກປ່ຽນຜັນໄປຕັ້ງແຕ່ມື້ນັ້ນ... ຖ້າບໍ່ມີເມກ ກໍ່ຄົງຈະບໍ່ມີຕົວຂ້ອຍໃນຕອນນີ້... ຊີວິດຂອງຂ້ອຍໄດ້ຖືກຊ່ວຍໄວ້ຈາກຄົນທີ່ຫາກໍ່ຮູ້ຈັກກັນບໍ່ພໍອາທິດ...

ແລະເປັນ ຄວາມຊົງຈຳທີ່ຂ້ອຍບໍ່ມີວັນລືມ

ຈົນເຖິງຕອນນີ້... ໃນອີກ 2 ປີຕໍ່ມາ...


-----------------


ສອງປີຕໍ່ມາ...


ຂ້ອຍກຳລັງນັ່ງເໝີ່ລອຍ ແນມເບິ່ງອາຈານສອນບົດຮຽນ ມື້ນີ້ຮູ້ສຶກເບື່ອໆເຊັງໆແນວໃດກະບໍ່ຮູ້ ມັນບໍ່ຢາກເຮັດຫຍັງເລີຍ ນັ່ງຟັງບົດຮຽນກະເຂົ້າຫູຊ້າຍທະລຸຫູຂວາ ຮຽນໄປກະບໍ່ຮູ້ເລື່ອງຫຍັງ

ປີນີ້ຂ້ອຍເຂົ້າມະຫາວິທະຍາໄລແລ້ວ ການເຂົ້າຮຽນໃນມະຫາຯໄລ ເປັນອີ່ຫຍັງທີ່ໃຫ້ຄວາມຮູ້ສຶກແຕກຕ່າງຈາກການຮຽນຢູ່ມັດທະຍົມ... ຄວາມຮູ້ສຶກເໝືອນໄດ້ກ້າວຂຶ້ນເປັນຜູ້ໃຫຍ່ອີກຂັ້ນໜຶ່ງ...

ຕອນນີ້ຂ້ອຍສາມາດເຂົ້າກັບໝູ່ໄດ້ດີ ແລະມີເວລາອິດສະຫຼະຫຼາຍຂຶ້ນ... ຫຼາຍສິ່ງຫຼາຍຢ່າງປ່ຽນແປງໄປຈາກເດີມ ແລະຕົວຂ້ອຍກໍ່ພາຍາຍາມທີ່ຈະປັບປ່ຽນໃຫ້ທຸກຢ່າງດີຂຶ້ນ

ຫຼັງຈາກນັ່ງຮຽນໄປໄດ້ບໍ່ດົນ ສຽງໂທລະສັບດັງຂຶ້ນ ດຶງສາຍຕາຂອງທຸກຄົນໃນຫ້ອງຮຽນໃຫ້ຫັນຫາທີ່ມາຂອງສຽງ... ຂ້ອຍຟ້າວຈັບໂທລະສັບຂຶ້ນມາກົດຮັບ ຍັງບໍ່ທັນໄດ້ເບິ່ງວ່າແມ່ນເບີໃຜ

ດີທີ່ອາຈານບໍ່ຮ້າຍ ຂ້ອຍເລີຍພາຍາຍາມກອກສຽງລົງໄປເບົາໆເທົ່າສຽງຊື່ມ ໃນໃຈກະຄິດຢູ່ວ່າໃຜໂທມາ

“ຮະໂຫຼ...”

ປາຍສາຍງຽບໄປດົນ ຈົນຂ້ອຍຄິດວ່າອີກຝ່າຍໂທຜິດ ຫຼືຕັ້ງໂທມາກວນ ກຳລັງວ່າຈະກົດປິດ ປາຍສາຍກໍ່ເອີ່ຍຂຶ້ນເບົາໆ ແຕ່ລວບລັດໄດ້ໃຈຄວາມ...

ຫຼັງຈາກໄດ້ຮັບຟັງຂ່າວສານ ຂ້ອຍກໍ່ເບີກຕາກວ້າງບໍ່ຢາກຈະເຊື່ອຫູຕົວເອງ ຄວາມຕົກຕະລຶງເຮັດໃຫ້ໂທລະສັບຫຼຸດມືກະແທກພື້ນສົ່ງສຽງດັງຮຽກໃຫ້ທຸກຄົນຫັນມາແນມເບິ່ງຂ້ອຍເປັນຕາດຽວ ແຕ່ຂ້ອຍບໍ່ມີເວລາແມ່ນແຕ່ຈະສົນໃຈ ເພາະຕອນນີ້ໃຈຂ້ອຍຈົດຈໍ່ຢູ່ແຕ່ກັບສິ່ງອື່ນ

ຂ້ອຍຟ້າວກວາດເອົາສິ່ງຂອງທຸກຢ່າງເທິ່ງໜ້າໂຕະເຂົ້າກະເປົ໋າຢ່າງລວກໆທ່າມກາງສາຍຕາງົງງວຍຂອງບັນດາໝູ່ເພື່ອນລວມເຖິງອາຈານ ກ່ອນຈະຮີບຮ້ອນພາໂຕເອງອອກຈາກຫ້ອງຢ່າງບໍ່ເວົ້າບໍ່ຈາ

ຂ້ອຍໄປທີ່ຄອກລົດໃນຂະນະທີ່ຄົນອື່ນໆຍັງຮຽນໜັງສືຢູ່ ກ່ອນຈະເອົາລົດຈັກອອກຢ່າງຮ້ອນໃຈ

ເມື່ອໄປຮອດໂຮງໝໍ ຂ້ອຍຖາມຫາຂໍ້ມູນກັບພະຍາບານໜ້າເຄົາເຕີ ກ່ອນຈະພາຍາຍາມຍ່າງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ເພື່ອໄປໃຫ້ຮອດຈຸດໝາຍທີ່ຕ້ອງການ

ຂ້ອຍຢືນຢູ່ໜ້າຫ້ອງຄົນໄຂ້... ລັງເລຢູ່ດົນວ່າຈະເຂົ້າໄປຫຼືບໍ່... ແມ່ນແຕ່ຈະເຄາະປະຕູຍັງຕ້ອງຄິດໜັກຢູ່ຫລາຍວິນາທີ ...ຍັງຄິດຢູ່ວ່າຄວາມຄິດຟ້າວຝັ່ງກ່ອນໜ້ານີ້ມັນຫາຍໄປໃສໝົດ

ແຕ່ທັນທີ່ທີ່ຍົກມືຂຶ້ນກຳລັງຈະເຄາະ ປະຕູກໍ່ເປີດແງ້ມອອກຈົນຂ້ອຍໃຈຫາຍ

ຍິງໄວສີ່ສິບຕົ້ນໆຄົນໜຶ່ງກ້າວອອກມາຫຼັງປະຕູ... ລາວຮູ້ສຶກປະຫຼາດໃຈໜ້ອຍໜຶ່ງເມື່ອເຫັນຂ້ອຍ ແຕ່ຢູ່ດີໆລາວກໍ່ຍິ້ມຢ່າງອ່ອນໂຍນໂດຍບໍ່ເວົ້າຫຍັງ ກ່ອນຈະກ້າວຍ່າງຈາກໄປຢ່າງງຽບງັນ...

ຂ້ອຍຍັງມີທ່າທີເກິໆກະໆດ້ວຍຄວາມວາງຕົວບໍ່ຖືກ... ແນມເບິ່ງປ້າຄົນນັ້ນຢ່າງປະຫຼາດໃຈໜ້ອຍໜຶ່ງ ກ່ອນຈະຫັນໄປທາງປະຕູ

ຕອນນີ້ປະຕູເປີດຜ່າງຢູ່ ເໝືອນກັບປ້າຄົນນັ້ນຈົງໃຈບໍ່ປິດ... ຂ້ອຍແນມເຫັນຜ້າກັ້ງສີຂາວໂບກປິວຕາມແຮງລົມຜ່ານໜ້າຕ່າງທີ່ແສງແດດສາດສ່ອງ ຈາກບ່ອນທີ່ຂ້ອຍຢືນ ແນມເຫັນແຕ່ພຽງປາຍຕຽງ...

“ຊິຢືນຢູ່ຫັ້ນອີກດົນບໍ່ນະ”

ນ້ຳສຽງທີ່ບໍ່ໄດ້ຍິນມາດົນ ເຮັດໃຫ້ຫົວໃຈຂ້ອຍພອງຟູດ້ວຍຄວາມຕື້ນຕັນ

ຂ້ອຍພາຍາຍາມເຮັດໃຈກ້າ ຍ່າງເຂົ້າໄປໃນຫ້ອງ... ເມື່ອພົບກັບໃຜບາງຄົນທີ່ນັ່ງອີງຢູ່ເທິງຕຽງ ພ້ອມທັງແນມມາດ້ວຍຮອຍຍິ້ມບາງໆ ກໍ່ເຮັດໃຫ້ຂ້ອຍຮູ້ສຶກໂລ່ງໃຈ...

ເຖິງແນວໃດກໍ່ຕາມ ຄຳທຳອິດທີ່ຂ້ອຍເວົ້າ ບໍ່ແມ່ນຄຳທັກທາຍ ແຕ່ເປັນຄຳວ່າ...

“ຄົນຂີ້ຕົວະ” ຂ້ອຍເວົ້າແບບບໍ່ມີເຄົ້າແວວວ່າເຄືອງຄຽດ

ລາວຍິ້ມບາງໆ ເໝືອນຈະຮູ້ວ່າຂ້ອຍກ່າວຫາເລື່ອງຫຍັງ

ຂ້ອຍແນມເບິ່ງຊາຍໜຸ່ມເທິງຕຽງທີ່ບໍ່ຄ່ອຍມີເຄົ້າແວວຂອງຄວາມປ່ຽນແປງໃຫ້ເຫັນພໍປານໃດ ແຕ່ເບິ່ງຊູບຈ່ອຍລົງຈາກຄັ້ງສຸດທ້າຍທີ່ຂ້ອຍເຄີຍເຫັນຫຼາຍ... ປາຍແຂນລາວຍັງຄົງມີສາຍນ້ຳເກືອຫ້ອຍຢູ່ໃຫ້ເຫັນ...

“ເຂົາ... ຢາກບອກຄວາມຈິງທີ່ກ່ອນໜ້ານີ້ບໍ່ມີໂອກາດໄດ້ບອກເພິ່ນ...” ຢູ່ດີໆລາວກໍ່ເວົ້າຂຶ້ນລຽບໆ “ຕັ້ງແຕ່ໃດມາ ເຂົາມັກຈະແນມເຫັນພາບຕ່າງໆຕະຫຼອດ...”

ຂ້ອຍຢືນຟັງສິ່ງທີ່ລາວເວົ້າ... ຄວາມຮູ້ສຶກບໍ່ແນ່ໃຈເຂົ້າມາແທນທີ່

ພາບ...?

ຊາຍໜຸ່ມຫັນແນມເບິ່ງນອກໜ້າຕ່າງ ທີ່ຍັງຄົງມີແສງແດດສາດສ່ອງ “ພາບເຫຼົ່ານັ້ນບອກເຖິງອະນາຄົດທີ່ບໍ່ແນ່ນອນ ເປັນສິ່ງທີ່ອາດຈະເກີດຂຶ້ນໃນອະນາຄົດ”

ຄຳເວົ້າຂອງລາວເຮັດໃຫ້ຂ້ອຍຄິດເຖິງສິ່ງທີ່ເຄີຍເກີດຂຶ້ນ... ຄັ້ງໜຶ່ງໃນອະດີດ ຂ້ອຍເຄີຍສຳຜັດເຖິງມັນ... ພາບຕ່າງໆທີ່ໄຫຼຫຼັ່ງເຂົ້າມາໃນມະໂນຈິດ ເຊິ່ງຂ້ອຍໃນຕອນນັ້ນບໍ່ອາດບອກໄດ້ວ່າມັນໝາຍຄວາມວ່າຫຍັງ

“ເຂົາຄົ້ນພົບວ່າ ເຂົາບໍ່ສາມາດແນມເຫັນອະນາຄົດຂອງຕົວເອງໄດ້... ແຕ່ໜຶ່ງໃນພາບຕ່າງໆນັບບໍ່ຖ້ວນເຫຼົ່ານັ້ນ ມີພາບຂອງເຂົາຢູ່ນຳ ເຊິ່ງມັນເປັນອະນາຄົດຂອງເພິ່ນເຊິ່ງເຂົາບໍ່ຮູ້ວ່າແມ່ນໃຜ... ເຂົາເຝົ້າຕາມຫາເພິ່ນມາຕະຫຼອດ” ລາວຍັງຄົງເລົ່າເລື່ອງຕ່າງໆດ້ວຍນ້ຳສຽງນິ້ງລຽບກ່ອນຈະຫັນມາທາງຂ້ອຍ “...ແລະໃນທີ່ສຸດກໍ່ໄດ້ເຈິ”

ຂ້ອຍຮູ້ສຶກເກີ້ເຂີນຂຶ້ນມາຢ່າງບອກບໍ່ຖືກ ກ່ອນຈະຫາທາງແກ້ເກີ້ດ້ວຍການຫາຕັ່ງແຖວນັ້ນມານັ່ງ ພ້ອມທັງພາຍາຍາມປັບສີໜ້າໃຫ້ລຽບນິ້ງເໝືອນກັບບໍ່ໃສ່ໃຈໃນເລື່ອງທີ່ລາວເລົ່າ

“ແຕ່ຮູ້ສຶກວ່າ ຕອນນີ້ເຂົາຈະແນມບໍ່ເຫັນພາບພວກນັ້ນແລ້ວ...” ລາວເວົ້າ “ບາງທີ ພາບພວກນັ້ນອາດຈະຕ້ອງການບອກໃຫ້ເຂົາ ...ຊ່ວຍເພິ່ນ”

ຂ້ອຍນຶກເຖິງພາບຕ່າງໆທີ່ຍັງຄົງຫຼົງເຫຼືອໃນຄວາມຊົງຈຳ... ລາວຊ່ວຍເຮົາໄວ້ຫຼາຍແມ່ນບໍ່... ຊ່ວຍໃນຂະນະທີ່ຂ້ອຍບໍ່ຮູ້ຕົວເລີຍ...

“ແຕ່ເຂົາບໍ່ດີໃຈດັອກ ຖ້າເພິ່ນມາຊ່ວຍເຂົາ ແລ້ວເປັນຫຍັງໄປ...”

“ເຂົາກະບໍ່ໄດ້ເປັນຫຍັງແລ້ວເດ”

“ແຕ່ຫຼັບເປັນເຈົ້າຊາຍນິດທາໄປຕັ້ງສອງປີເຕັມໆ” ຂ້ອຍເວົ້າຍ້ອນ

“ກະດີແລ້ວເດະ ໄດ້ເປັນເຈົ້າຊາຍຕັ້ງສອງປີ” ຍັງມີໜ້າມາເວົ້າຕິດຕະຫຼົກ ແຕ່ຂ້ອຍບໍ່ຕະຫຼົກນໍາ

“ເຂົາຄິດວ່າເພິ່ນຈະບໍ່ຕື່ນຂຶ້ນມາອີກແລ້ວ... ຍ້ອນເຂົາ” ຂ້ອຍເຮັດໜ້າເສົ້າ... ຂ້ອຍຄົງຈະຮູ້ສຶກຜິດໄປຕະຫຼອດຊີວິດ ຖ້າລາວບໍ່ຕື່ນຂຶ້ນມາອີກເລີຍ...

“ບອກແລ້ວວ່າບໍ່ໃຫ້ໂທດໂຕເອງ...”

ເກີດຄວາມງຽບຂຶ້ນຊົ່ວຂະນະ... ຈະບໍ່ໃຫ້ໂທດໂຕເອງໄດ້ແນວໃດ ໃນເມື່ອມີຄົນທັງຄົນມາເຮັດຫຍັງເພື່ອເຮົາຕັ້ງຂະໜາາດນີ້...

“ເຂົາກະມີຄຳໆໜຶ່ງທີ່ບໍ່ມີໂອກາດໄດ້ຕອບເພິ່ນ” ຂ້ອຍເວົ້າຂຶ້ນເພື່ອທໍາລາຍຄວາມງຽບ... ຄິດລັງເລຢູ່ດົນວ່າຈະເວົ້າອອກໄປດີບໍ່ ກ່ອນຈະຫຼັບຕາລົງ... ພາບໆໜຶ່ງໃນອະດີດປະກົດຂຶ້ນມາ...

ຄຳສາມຄຳທີ່ລາວເຄີຍເອີ່ຍບອກຢ່າງເລິກເຊິ່ງແລະອ່ອນໂຍນ...

ຕອນນີ້ ຄົງຈະໄດ້ເວລາແລ້ວທີ່ຂ້ອຍຈະໃຫ້ຄຳຕອບນັ້ນ...

ຂ້ອຍສູດຫາຍໃຈເຂົ້າເລິກໆເພື່ອເອີ້ນຄວາມກ້າອອກມາກ່ອນຈະເອີ່ຍອອກໄປ

“ເຂົາກະ..............ຄືກັນ” ເວັ້ນຊ່ອງຫວ່າງໄວ້ໃນຖານທີ່ເຂົ້າໃຈກັນ... ຮູ້ສຶກອາຍຈົນຢາກຈະຫັນຫຼັງໜີ

ບໍ່ຮູ້ວ່າລາວຈະເຂົ້າໃຈຄວາມໝາຍທີ່ຂ້ອຍຢາກສື່ບໍ່ ແຕ່ເມື່ອເຫັນໃບໜ້າຍິ້ມໆນັ້ນ ກໍ່ເຮັດໃຫ້ຂ້ອຍຮູ້ສຶກກະວົນກະວາຍຈົນເຮັດຫຍັງບໍ່ຖືກ ຈຶ່ງຟ້າວຈັບກະເປົ໋າຂຶ້ນແລະກ່າວລາ ກ່ອນຈະອອກຈາກຫ້ອງຄົນໄຂ້ຢ່າງໄວວາ...

ຂ້ອຍແລ່ນອອກມາຈາກຕຶກໂຮງໝໍ ແສງແດດທອດຜ່ານເຮັດໃຫ້ຂ້ອຍເງີຍໜ້າແນມເບິ່ງທ້ອງຟ້າ

ບໍ່ຮູ້ເປັນຫຍັງ ແຕ່ຂ້ອຍຮູ້ສຶກວ່າທ້ອງຟ້າມື້ນີ້ ເບິ່ງສົດໃສກວ່າມື້ທີ່ຜ່ານມາ... ອາດເປັນຍ້ອນຄວາມຮູ້ສຶກປ່ຽມລົ້ນໃນໃຈ ທີ່ຂະຫຍາຍຕົວຢ່າງງຽບໆດ້ວຍຄວາມປິຕິຍິນດີ

ກ້ອນເມກຍັງຄົງລອຍເອື່ອຍໆເໝືອນດັ່ງເຄີຍ ເຖິງສິ່ງຕ່າງໆຈະປ່ຽນແປງໄປ ແຕ່ທ້ອງຟ້າກໍ່ຍັງຄົງເປັນເໝືອນເກົ່າ

ຂ້ອຍຮູ້ສຶກວ່າ ຖ້າເປັນຂ້ອຍໃນຕອນນີ້ ຄົງຈະສາມາດປ່ຽນແປງ ແລະຜ່ານຜ່າທຸກຢ່າງໄປໄດ້...

ເພາະວ່າ...

ອະນາຄົດຂອງເຮົາ ຫາກໍ່ເລີ່ມຕົ້ນຂຶ້ນ...

(ຈົບ)

ວ່າດ້ວຍເລື່ອງການສ້າງຕົວລະຄອນ

(ຈາກເວັບບອດ laotaku ເອົາມາສຳຮອງເກັບໄວ້ເສີຍໆນ່ະ)

----------------------

ສຳລັບຄົນທີ່ຄິດບໍ່ອອກວ່າຈະສ້າງຕົວລະຄອນແນວໃດ

ຍາວນິດໜຶ່ງ ແຕ່ອ່ານສະເພາະແຕ່ຂໍ້ທີ່ສົນໃຈກະໄດ້


1.        ຊື່ຕົວລະຄອນ

ໃຜຄິດຊື່ບໍ່ອອກ ລອງໄປຊອກເບິ່ງຕາມນີ້

perseus.tufts.edu - ເວັບແປພາສາເກຣັກ ພາສາລາຕິນ
behindthename.com - ເວັບລວມຊື່ ພ້ອມຄວາມໝາຍ
elf - ເວັບແປຊື່ເປັນພາສາເອລຟ໌
hobbit - ເວັບແປຊື່ເປັນພາສາຮອບບິດ

ຍັງມີອີກຫຼາຍ ແຕ່ສ່ວນໃຫຍ່ມີ່ໃຊ້ແຕ່ 4-5 ເວັບນີ້ແຫຼະ


2.        ຮູບຮ່າງໜ້າຕາຕົວລະຄອນ

ຮູບຮ່າງໜ້າຕາ ມີຜົນກັບບຸກຄະລິກ ພື້ນເພ ປົມໃນໃຈຂອງຕົວລະຄອນນຳ
ຢ່າງເຊັ່ນ ຕົວລະຄອນໜ້າຕາດີ ຈະມີຄວາມໝັ້ນໃຈໃນຕົວເອງສູງ
ຕົວລະຄອນທີ່ໜ້າຕາບໍ່ດີ ຈະເປັນຄົນຂີ້ອາຍ
ແຕ່ນັ້ນເປັນເຫດຜົນຜິວເຜີນ ບໍ່ໄດ້ຈຳກັດວ່າຈະເປັນແບບນັ້ນສະເໝີໄປ


3.        ນ້ຳໜັກ ສ່ວນສູງ

ນ້ຳໜັກກັບສ່ວນສູງແບບຄິດໄລ່ຂ້າວໆ

ຍິງ ສ່ວນສູງ - 115 = ນ້ຳໜັກທີ່ຄວນມີ
ຊາຍ ສ່ວນສູງ - 110 = ນ້ຳໜັກທີ່ຄວນມີ

ຖ້າຫຼຸດລື່ນໄປຈາກນີ້ ສະແດງວ່າ ຕຸ້ຍ ຫຼື ຈ່ອຍ ເກີນໄປ ດ໋ຽວຈະກາຍເປັນພວກຂີ້ໂຣກ ອັນນີ້ຕ້ອງລະວັງນຳ =w=

ຖ້າເອົາແບບເປະໆ ລອງໄປຊອກຄິດໄລ່ດ້ວຍ ສູດ BIM

ຫຼື ເບິ່ງຕາມຕາລາງງນີ້ http://www.slenderhealthy.com/in ... icle&qid=400509


4.        ຊຸດຕົວລະຄອນ

ກໍລະນີ້ແຕ້ມຮູບ ແລ້ວຄິດຊຸດບໍ່ອອກ ລອງຫາ Reference ໃນເນັດ ປົກກະຕິມີ່ມັກເບິ່ງໃນນີ້

dollheart.com

ຊຸດຕ້ອງໃຫ້ເຂົ້າກັບບຸກຄະລິກຕົວລະຄອນນຳ ແຕ່ລະຄົນມີສະໄຕລການແຕ່ງຕົວບໍ່ຄືກັນ ຕົວລະຄອນທີ່ແຕກຕ່າງກັນກະມີວິທີເລືອກຊຸດຂອງມັນເອງ ເລື່ອງນີ້ກະສຳຄັນນະ ສົມມຸດວ່າ ຕົວລະຄອນຂີ້ອາຍ ແຕ່ໃສ່ຊຸດໂປ້ໆ ຫຼື ສາວທອມບອຍ ແຕ່ໃສ່ຊຸດກະໂປ່ງໂລລິຕ້າລາຍລູກໄມ້ ມັນກະເບິ່ງບໍ່ຄ່ອຍສົມເຫດສົມຜົນ...


5.        ບຸກຄະລິກ

ບຸກຄະລິກມີ ບຸກຄະລິກພາຍນອກ ກັບບຸກຄະລິກພາຍໃນ

ບຸກຄະລິກພາຍນອກ - ເປັນບຸກຄະລິກທີ່ຕົວລະຄອນສະແດງອອກມາ ຫຼື ບຸກຄະລິກທີ່ຄົນຈະຕັດສິນຈາກການທີ່ແນມເບິ່ງຄັ້ງທຳອິດທີ່ໄດ້ພົບ
ບຸກຄະລິກພາຍໃນ - ບຸກຄະລິກເລິກໆຂອງຕົວລະຄອນ ຈະສະແດງອອກເມື່ອສະໜິດກັບຄົນອື່ນໃນໄລຍະໜຶ່ງ ( ຄືກັບຄົນເຮົາ ຕອນທີ່ຢູ່ກັບຄົນແປກໜ້າ ກັບຄອບຄົວ ການສະແດງອອກຈະຕ່າງກັນ )

ແຕ່ກະບໍ່ແນ່ ບາງພວກກະເປີດເຜີຍ ຄົງເສັ້ນຄົງວາ ຢູ່ກັບໃຜກະສະແດງອອກຄືເກົ່າຕະຫຼອດ...

ບຸກຄະລິກແຕ່ລະຄົນແຕກຕ່າງກັນ ການຈັດການເລື່ອງຕ່າງໆກະແຕກຕ່າງກັນໄປນຳ ອາດຈະຍາກໜ້ອຍໜຶ່ງ ແຕ່ເປັນສ່ວນທີ່ສຳຄັນ ຕ້ອງຮູ້ໃຫ້ໄດ້ວ່າຕົວລະຄອນເຮົາຈະຄິດແນວໃດ ເຮັດແນວໃດ ມີປະຕິກິລິຍາຕອບສະໜອງແນວໃດກັບສິ່ງທີ່ເກີດຂຶ້ນ ສ່ວນນີ້ຈະກ່ຽວຂ້ອງກັບ ທັດສະນະຄະຕິຂອງຕົວລະຄອນ


6.        ທັດສະນະຄະຕິ

ມຸມມອງ ແລະ ຄວາມຄິດຂອງຕົວລະຄອນ ຕໍ່ສິ່ງໃດສິ່ງໜຶ່ງ ເປັນພວກແນມໂລກໃນແງ່ຮ້າຍ ແງ່ດີ ມີຄວາມຄິດແນວໃດຕໍ່ກັບສິ່ງທີ່ເກີດຂຶ້ນ... ສົນໃຈເລື່ອງທົ່ວໄປ ເລື່ອງອ້ອມຂ້າງໜ້ອຍຫຼາຍປານໃດ ມີຄວາມຄິດວິເຄາະແນວໃດຕໍ່ບັນຫາໃດໜຶ່ງ

ສະຫຼຸບກະຄື ຄວາມຄິດຂອງຕົວລະຄອນ ເວລາທີ່ເຈິກັບເຫດການໃດໜຶ່ງນັ້ນແຫຼະ


7.        ພູມຫຼັງ

ຕົວລະຄອນຕ້ອງມີພູມຫຼັງ ພູມຫຼັງເປັນສ່ວນໜຶ່ງທີ່ຊ່ວຍກຳນົດບຸກຄະລິກ ລັກສະນະນິໃສ ຕ້ອງຮູ້ວ່າຕົວລະຄອນນັ້ນໆ ເກີດມາຈາກໃສ ພໍ່ແມ່ເປັນໃຜ ຖືກລ້ຽງມາແນວໃດ ມີຊີວິດໄວເດັກແນວໃດ ມີອ້າຍເອື້ອຍນ້ອງຈັກຄົນ ຄວາມສຳພັນກັບຄອບຄົວເປັນແນວໃດ ມີໝູ່ບໍ່ ເຄີຍເຮັດຫຍັງແນ່ ມີຄວາມເຊື່ອຫຍັງ ແລະອື່ນໆ ເປັນສິ່ງທີ່ປະສົບພົບເຈິ ສິ່ງທີ່ມີຄວາມສຳຄັນກັບຊີວິດ ຈົນມາເປັນຜູ້ເປັນຄົນໃນປັດຈຸບັນ

ມີຫຼາຍຕົວລະຄອນທີ່ອະດີດກັບປັດຈຸບັນ ນິໃສຄົນລະຂົ້ວ ເພາະເຄີຍເຈິເລື່ອງລາວມາຫຼາຍຢ່າງ ເຮັດໃຫ້ນິໃສປ່ຽນແປງໄປ ( ເບິ່ງໄດ້ຈາກໄວຊີວິດຂອງຄົນເຮົາ ໄວເດັກ ໄວລຸ້ນ ໄວຜູ້ໃຫຍ່ ໄວທອງ ນິໃສຈະປ່ຽນໄປຕະຫຼອດ ຍ້ອນປະສົບການ ແລະມຸມມອງທີ່ໄດ້ປະສົບຜ່ານມາ )

ຕ້ອງເຂົ້າໃຈວ່າຕົວລະຄອນມັນແມ່ນຄົນ ມັນມີຊີວິດໃນໂລກຂອງມັນ ມີກິດຈະວັດການດຳລົງຊີວິດແຕກຕ່າງກັນໄປ


8.        ມິຕິຂອງຕົວລະຄອນ

ມີຕິ ແມ່ນຄວາມສົມຈິງຂອງຕົວລະຄອນ ຍິ່ງສ້າງໃຫ້ມີລາຍລະອຽດຫຼາຍ ແຮງມີມິຕິຫຼາຍເພີ່ມຂຶ້ນໄປນຳ

ສຳລັບຕົວລະຄອນແບນ (ຕົວລະຄອນ 2 ມິຕິ) ຫມາຍເຖິງ ພວກທີ່ເປັນແນວໃດກະເປັນແນວນັ້ນ ບໍ່ມີລາຍລະອຽດຫຼາຍ... ຢ່າງເຊັ່ນເປັນຕົວຮ້າຍ 2 ມິຕິ ແບບພວກຈອມມານທົ່ວໄປທີ່ເຫັນໃນກະຕູນສະໄໝກ່ອນ ພວກທີ່ເກີດມາເພື່ອເປັນຕົວຮ້າຍ ບໍ່ໄດ້ມີເຫດຜົນຊັດເຈນວ່າເປັນຫຍັງຈຶ່ງເປັນຕົວຮ້າຍ ມີເຫດຜົນຫຍັງຈຶ່ງຢາກຄອບຄອງ/ທຳລາຍໂລກ ໄວເດັກ ອະດີດ ຄວາມເປັນມາຫຍັງກະບໍ່ແນ່ຊັດ ສຸດທ້າຍກະມີບົດໃຫ້ພະເອກໄປປາບ... ຈົບ

ມາເບິ່ງລັກສະນະຈອມມານທີ່ມີມິຕິກັນ ...ຈອມມານຄົນນີ້ ເປີດຕົວອອກມາເປັນພວກສຸດຊົ່ວ ສ້າງຄວາມໂກດແຄ້ນໃຫ້ແກ່ຄົນເບິ່ງ ແລະພວກພະເອກ ແຕ່ເບິ່ງໆໄປໆມາໆ ຮອດກາງເລື່ອງ ເປີດເຜີຍອະດີດອັນສຸດຊຶ້ງແສນລັນທົດ ໄວເດັກເຄີຍເປັນຄົນດີ້ດີ ແຕ່ຍ້ອນປົມບາງຢ່າງ ເຮັດໃຫ້ໂກດແຄ້ນໂລກ ຫຼື ອາດຈະຕ້ອງທຳລາຍໂລກຢ່າງບໍ່ມີທາງເລືອກ ...ຈະເຫັນວ່າ ຈອມມານແບບນີ້ ເຮັດໃຫ້ຄົນເບິ່ງເກີດຄວາມອີ່ຕົນສົງສານ ບາງຄົນອາດຈະມັກຈອມມານຫຼາຍກວ່າພະເອກກະມີ (ຮາ)

ສິ່ງສຳຄັນອີກຢ່າງໜຶ່ງໃນການສ້າງມິຕິໃຫ້ຕົວລະຄອນແມ່ນ ວິວັດທະນາການ ຫຼື ຄວາມປ່ຽນແປງຂອງຕົວລະຄອນ ອາດຈະ ໃນທາງທີ່ດີຂຶ້ນ ຫຼື ທາງທີ່ຮ້າຍລົງ ຂຶ້ນກັບສິ່ງທີ່ມາກະທົບໃສ່ຕົວລະຄອນ ອາດຈະເປັນໝູ່ ຄົນອ້ອມຂ້າງ ສັງຄົມ ສິ່ງແວດລ້ອມ

ຍົກຕົວຢ່າງຈອມມານຄົນເກົ່າ ອ່ະ ຈອມມານກຳລັງຈະທຳລາຍລ້າງເມືອງແຫ່ງໜຶ່ງຍ້ອນໂກດແຄ້ນພວກມະນຸດທີ່ຂ້າລ້າງເຜົ່າພັນຂອງຕົວເອງ ຕອນນັ້ນເອງຫັນແວບ ໄປເຈິເດັກຍິງໂລລິສຸດໂມເອະຄົນໜຶ່ງ ເລີຍເກີດເດຈາວູ ຄິດເຖິງຕົວເອງໃນອະດີດ ສຸດທ້າຍເລີຍເກັບມາລ້ຽງ(ຕ້ອຍ) ຫຼັງຈາກລ້ຽງໜູນ້ອຍໂລລິຈົນເຕີບໃຫຍ່ ຈອມມານເລີຍກາຍເປັນຈອມມານໂລລິຄອນ... ເອີີ້ຍ! ເວົ້າຜິດ ຈອມມານເລີຍມີທັດສະນະຄະຕິຕໍ່ມະນຸດແຕກຕ່າງໄປ ແລະຄິດວ່າຖ້າສາວນ້ອຍຮູ້ຄວາມຈິງວ່າຕົນເປັນຄົນຂ້າລ້າງຄອບຄົວນາງຕ້ອງໂກດແຄ້ນລາວແນ່ນອນ ຈອມມານເລີຍເກີດຄວາມລັງເລທີ່ຈະຂ້າມະນຸດ ບຣາໆໆ ໄປຄິດຕໍ່ເອົາ

ຈະເຫັນວ່າຈອມມານມີວິວັດທະນາການທາງຄວາມຄິດ ເກີດເປັນປົມຂັດແຍ່ງໃນໃຈ ແລະປ່ຽນແປງໄປຈາກຕອນຕົ້ນ ແຕ່ຢ່າໃຫ້ມັນປ່ຽນແປງໄປໄວຫຼາຍ ຫຼືຫຼຸດຈາກເດີມຫຼາຍເກີນໄປ ເພາະມັນຈະເບິ່ງບໍ່ສົມຈິງ ດ໋ຽວຄົນອ່ານຈະຮູ້ສຶກຄືຖືກຍັດຢຽດ ປະມານນັ້ນແຫຼະ XD

(ສ່ວນນີ້ເຮົາຄືຂຽນຍາວແທ້ຫວະ... ທີ່ຈິງ ຈຂກທ ນິຍົມມັກແບດບອຍ lolz ຈູດັລ ດາຣິລ ໂລກິ ເປັນຕົວຮ້າຍທັງນັ້ນເລີຍອ່ະ...)

9.        ສົມດຸນຕົວລະຄອນ

ຕົວລະຄອນຕ້ອງມີ ຂໍ້ດີ - ຂໍເສຍ ຈຸດແຂງ - ຈຸດອ່ອນ ຕາມຫຼັກເກນ No one's perfect ຕົວລະຄອນທີ່ເຮັດໄດ້ທຸກຢ່າງຕັ້ງແຕ່ບຸກນ້ຳລຸຍໄຟ ເກ່ງທັງບຸ໋ມ ທັງບູ້ ທັງດາບທັງເວດ ເຫາະເຫີນເດີນອາກາດ ຍ້ອນອະດີດ ບິນໄປອະນາຄົດ ເສກສັນໄດ້ທຸກສັບພະສິ່ງ... ມັນບໍ່ມີແທ້!

ຖ້າມັນຈະເພີເຟັກຂະໜາດນັ້ນ ຈັ່ງໃດມັນກະຕ້ອງມີຈຸດອ່ອນ ຫຼື ຂໍ້ເສຍຈັກຢ່າງ ສອງຢ່າງ ຫຼືຫຼາຍໆຢ່າງ... ຢ່າງເຊັ່ນວ່າ ທີ່ຈິງແລ້ວ ມັນເປັນຕຸ໊ດ ແອ໊ບແມນ ຢ້ານແມງສາບຕົວກະຈິ໊ດ ຮ້ອງກຣີ໊ດດເສຍພາບພົດ... ສ້າງຄວາມປວດລ້າວໃຈໃຫ້ບັນດາສາວໆ (ຫ໊ະ?)


ຮູ້ສຶກວ່າຫຼັງໆເລີ່ມຈະບັນຍາຍມົ້ວໆຊົ້ວໆແລ້ວເຮົາ =w=’ ພໍເທົ່ານີ້ກ່ອນດີກວ່າ

ບໍ່ຮູ້ວ່າຂຽນຕົກຫຼົ່ນຫຍັງໄປບໍ່ ຍັງມີເລື່ອງ ປົມຂັດແຍ່ງຂອງຕົວລະຄອນ ແຕ່ພວກນີ້ໃສ່ຫຼືບໍ່ໃສ່ກະໄດ້ ໄວ້ຖ້າມີໃຜສົນໃຈຈຶ່ງຈະຂຽນລະອຽດ ເພາະມັນກ່ຽວກັບການຂຽນນິຍາຍຫຼາຍກວ່ານ່ະ ...ເຄີຍອ່ານເຈິ ມັນມີ 5 ຂໍ້ຂັດແຍ່ງ ແຕ່ຈື່ໄດ້ແຕ່ 3
-        ຂໍ້ຂັດແຍ່ງຂອງຕົວລະຄອນເອງ
-        ຂໍ້ຂັດແຍ່ງຂອງຕົວລະຄອນກັບຄົນອື່ນ
-        ຂໍ້ຂັດແຍ່ງທາງສະພາບແວດລ້ອມ

Step ການລົງສີ ຂອງ Mimirin




ຈາກໃນເວັບບອດ ເອົາມາໂພສໃນນີ້ສຳຮອງໄວ້ນ່ະ


----------------------------

ອື່ ຄິດວ່າໂພສຮູບເສີຍໆ ບາງຄົນກະໜ້າຈະເຄີຍເຫັນກັນແລ້ວ ເລີຍເອົາ Step... ຂັ້ນຕອນການລົງສີທີ່ເຄີຍແຄັບໄວ້ ມາໃຫ້ເບິ່ງກັນ ເຜື່ອມີຄົນສົນໃຈຢາກສຶກສາ

ແຕ່ໃນນີ້ມີ່ຂຽນໄວ້ຂ້າວໆເສີຍໆ ບໍ່ໄດ້ລະອຽດ... ເພາະສະນັ້ນອາດຈະບໍ່ຄ່ອຍເໝາະກັບມືໃໝ່ປານໃດ ແຕ່ມີຫຍັງກະຖາມມາໄດ້

ສິ່ງທີ່ຕ້ອງມີ

- Tablet Pen ຫຼືກໍ່ຄື ເມົ້າປາກການັ້ນແລ
- ໂປຣແກຣມ Photoshop
- ໂປຣແກຣມ SAI ( ມີ່ໃຊ້ສຳລັບຕັດເສັ້ນ ໃຜບໍ່ມີໄປໂຫຼດເອົາກະໄດ້ >>> easy paint tool SAI )

ກ່ອນອື່ນແຕ້ມຮູບຂຶ້ນມາກ່ອນ ເອົາໄປສະແກນ ແລ້ວໃຊ້ SAI ຕັດເສັ້ນ ( ເຊບ File ເປັນນາມສະກຸນ .PSD ເພື່ອຈະເອົາໄປເປີດກັບ ໂຟໂຕຊັອບໄດ້ )

( ມີ່ມັກຮ່າງໆຫຼິ້ນໆ ແລ້ວຈຶ່ງມາແກ້ລາຍລະອຽດຕ່າງໆຕອນຕັດເສັ້ນ... ເສັ້ນສະເກັດມີ່ມັນເລີຍຂ້ອນຂ້າງຈະມົ້ວ =w=' )



ເປີດໄຟລ໌ທີ່ຕັດເສັ້ນແລ້ວໃນໂຟໂຕຊັອບ ແລ້ວເລີ່ມຂັ້ນຕອນການລົງສີ

ມີ່ມັກແຍກ Layer ສີທີ່ຕ່າງກັນ ເຊັ່ນໃນນີ້ ຕອນລົງສີຂ້າວໆ ມີແຍກເລເຢີ
- ສີຜົມ
- ສີຊຸດຜູ້ຍິງ
- ສີຊຸດຜູ້ຊາຍ
- ສີຜິວ
- ພື້ນຫຼັງ
ລວມເປັນ 5 ເລເຢີຫຼັກໆ ( ນອກນັ້ນຈະມີເລເຢີລາຍລະອຽດຕ່າງໆ ກັບເລເຢີແອັບເຟັກເພີ່ມຂຶ້ນມາໃນພາຍຫຼັງນຳ )



ສ່ວນນີ້ມີ່ກຳນົດນແສງມາຈາກທາງຊ້າຍເທິງ... ຕອນທີ່ລົງສີຕົວລະຄອນ ຢ່າລືມວ່າແສງມາຈາກທາງໃດ ໃຫ້ລົງແສງເງົາຕາມນັ້ນ







ສຸດທ້າຍກະອອກມາເປັນແບບນີ້



ມີຫຍັງຖາມມາໄດ້ຕາມສະດວກ...

ຂໍຂອບໃຈ


[4Koma-ກະຕູນ] ແຟນຂ້ອຍເປັນສາວຢັນ(ເດເຣະ)

ກະຕູນ 4 ຊ່ອງແຕ້ມເອງ ເລື່ອງລາວສຸດແສນໜ້າຮັກຂອງຄູ່ຮັກສຸດຫວານແຫວວ(?)
ໂປເຕ້ ກັບ ຄອນເນ້
ຈະໜ້າຮັກກັນຂະໜາດໃດ ໄປຕິດຕາມອ່ານກັນໄດ້ເລີຍ XD


...

Related Posts Plugin for WordPress, Blogger...