ວ່າດ້ວຍເລື່ອງຮູບ ແລະ ລິຂະສິດຮູບ

ບາງຄົນອາດຈະບໍ່ເຄີຍສົງໃສວ່າ ຮູບຕ່າງໆທີ່ເຮົາຄົ້ນໄດ້ຈາກໃນ Google ພວກນັ້ນ ມັນມາແຕ່ໃສ ໃຜເປັນເຈົ້າຂອງ ຫຼືອາດຈະເຄີຍຄິດ ແຕ່ເຫັນວ່າມັນເປັນເລື່ອງໄກຕົວ ເຖິງເຮົາຈະນຳຮູບພາບພວກນັ້ນໄປໃຊ້ ເຈົ້າຂອງຮູບກໍ່ຄົງຈະບໍ່ຮູ້ ບໍ່ໃສ່ໃຈ

ແຕ່! ຄວາມຈິງອາດບໍ່ເປັນແນວນັ້ນສະເໝີໄປ

ມາເບິ່ງສິ່ງທີ່ຄວນຮູ້ກ່ຽວກັບຮູບ ແລະ ລິຂະສິດຮູບກັນ

1. ຮູບທຸກຮູບໃນ Internet ມີເຈົ້າຂອງ

ວ່າດ້ວຍເລື່ອງຮູບຕ່າງໆໃນອິນເຕີເນັດ, ໃຜທີ່ຍັງບໍ່ຮູ້ ແມ່ນຂໍໃຫ້ທຳຄວາມເຂົ້າໃຈກັນໃໝ່ ວ່າທຸກໆຮູບເຫຼົ້ານັ້ນ ລ້ວນແຕ່ ມີເຈົ້າຂອງ ແລະ ໄດ້ຮັບການຄຸ້ມຄອງທາງລິຂະສິດຕັ້ງແຕ່ວິນາທີທຳອິດທີ່ຮູບນັ້ນໄດ້ຖືກສ້າງຂຶ້ນ

ທັງນີ້ ບໍ່ໄດ້ນັບລວມແຕ່ຮູບພາບເທົ່ານັ້ນ ແຕ່ເວົ້າລວມເຖິງ ສື່ສ້າງສັນຕ່າງໆອີກ ເປັນຕົ້ນ ເພງ, templete ຊອບແວ, ນິຍາຍ, ບົດຄວາມຕ່າງໆ ແລະ ອື່ນໆ

2. ການນຳຮູບທີ່ບໍ່ຮູ້ແຫຼ່ງທີ່ມາ ມາໃຊ້ ຖືເປັນການລະເມີດລິຂະສິດ!

ຫຼາຍຄົນອາດຈະເຄີຍນຳຮູບທີ່ຄົ້ນມາຈາກໃນ Google ມາໃຊ້ປະກອບກັບບົດລາຍງານ ປະດັບເວັບໄຊ ຫຼື ອາດນຳໄປໃຊ້ໃນຮູບແບບອື່ນໆ ເຊິ່ງຮູບເຫຼົ່ານັ້ນ ມີເຈົ້າຂອງລຶຂະສິດ ຖ້າເຂົາເຈົ້າມາເຫັນ ເຈົ້າຂອງລິຂະສິດສາມາດຟ້ອງຮ້ອງໄດ້!

ທັງນີ້ທັງນັ້ນ ໂດຍທົ່ວໄປ ຖ້າບໍ່ໄດ້ນຳຮູບພາບເຫຼົ່ານັ້ນໄປໃຊ້ໃນທາງໂຄສະນາ ສື່ສິ່ງພິມ ຫຼື ໃຊ້ໃນທາງການຄ້າ ເຈົ້າຂອງລິຂະສິດອາດຈະບໍ່ຖືສາ (ແຕ່ບາງຄົນກໍ່ຖື)

ແຕ່ເຄີຍມີກໍລະນີທີ່ Web Designer ຄົນໜຶ່ງ ນຳເອົາຮູບພາບມາໃຊ້ປະກອບເວັບໄຊ ໂດຍທີ່ບໍ່ຮູ້ວ່າຮູບນັ້ນເປັນຮູບຈາກ Photo Stock ທີ່ເຂົາເຈົ້າໃຊ້ສຳລັບການຂາຍ ຫຼັງຈາກນັ້ນ ມື້ໜຶ່ງ ເຈົ້າຂອງຮູບໄດ້ມາຟ້ອງຮ້ອງ ເອີ້ນຄ່າເສີຍຫາຍໄລ່ຄືນຕາມເວລາທີ່ໄດ້ໃຊ້ຮູບນັ້ນໄປ ຕົກເປັນເງິນຫຼາຍລ້ານ

ເຄີຍມີກໍລະນີ ກັອບນິຍາຍ ຈົນໄດຕິີພິມເປັນປຶ້ມ ຜົນສຸດທ້າຍເມື່ອມີຄົນຮູ້ ທາງ ສຳນັກພິມໄດ້ເອີ້ນເກັບຄືນປຶ້ມເຫຼົ່ານັ້ນມາເຜົາທຳລາຍ

ນອກຈາກນີ້ ຍັງເຄີຍມີກໍລະນີດຣາມາ ເລື່ອງນັກແຕ້ມຮູບ ທີ່ຖືກນຳເອົາຮູບແຕ້ມນັ້ນ ໄປໃຊ້ໃນທາງໂຄສະນາ ຫຼື ໄປໃຊ້ໃນທາງສ່ວນຕົວອື່ນໆ. ຝ່າຍນັກແຕ້ມຂໍໃຫ້ເຊົານຳເອົາຮູບນັ້ນໄປໃຊ້ ສ່ວນ ຝ່າຍທີ່ນຳໄປໃຊ້ກໍ່ຫາວ່າຮູບທີ່ເອົາມາລົງໃນເນັດແລ້ວ ໃຜຊິໃຊ້ກໍ່ໄດ້

ຄິດວ່າຝ່າຍໃດກັນທີ່ຖືກ?

 ນອກຈາກນີ້ຍັງມີອີກຫຼາຍກໍລະນີ ທີ່ເຄີຍເກີດຂຶ້ນໃນດ້ານການລະເມີດລິຂະສິດຮູບພາບ ທາງອິນເຕີເນັດ ເຊັ່ນ:

- ການນຳຮູບນັ້ນໄປໃຊ້ໂດຍບໍ່ໄດ້ຂໍອະນຸຍາດ (ບໍ່ວ່າທາງສ່ວນຕົວ ຫຼື ທາງສື່ໂຄສະນາ)
- ການແອບອ້າງວ່າເປັນເຈົ້າຂອງຮູບ
- ການດັດແປງແກ້ໄຂຮູບໂດຍບໍ່ໄດ້ຂໍອະນຸຍາດ
- ການນຳໄປໃຊ້ໂດຍບໍ່ໃຫ້ Credit ເຈົ້າຂອງຮູບ
- ການຕັດເອົາບາງສ່ວນຂອງສື່ສ້າງສັນເຫຼົ່ານັ້ນ ມາໃຊ້ໃນຮູບຂອງຕົນເອງ
- ການເຈດຕະນາ ກັອບ ໂຄງຮ່າງ ທ່າທາງ ສີສັນ ຈາກຮູບແຕ້ມຂອງຄົນອື່ນ ໂດຍບໍ່ໃຫ້ Credit

ຄວນຮູ້ໄວ້ວ່າ ການລະເມີດລິຂະສິດເຫຼົ່ານີ້ ເຈົ້າຂອງຮູບ ສາມາດຟ້ອງຮ້ອງໄດ້!

ກໍລະນີດຣາມາທີ່ເຄີຍເກີດຂຶ້ນ (ເອົາໄປອ່ານໄວ້ເປັນວິທະຍາທານ)

http://akibatan.com/2012/06/muv-luv-character-designer-fired-over-tracing-controversy/

(ມີຫຼາຍຂ່າວ ເຮົາຫາລິ້ງບໍ່ເຈິແລ້ວ U v U' ເສຍດາຍທີ່ບໍ່ໄດ້ເກັບໄວ້ມາໃຫ້ອ່ານກັນ)

3. ລິຂະສິດຈາກສື່ສ້າງສັນ ບໍ່ແມ່ນເລື່ອງໄກຕົວ

ຫຼາຍຄົນອາດມີຂໍ້ສົງໃສວ່າ... ເປັນຫຍັງຕ້ອງຈິງຈັງກັບເລື່ອງລິຂະສິດ?

ເພາະ ເຮົາບໍ່ຄວນລັກສິ່ງທີ່ຄົນອື່ນສ້າງສັນຂຶ້ນມາໂດຍບໍ່ໄດ້ຂໍອະນຸຍາດ... ມັນເປັນ Common Sense ໃນໂລກຄວາມຈິງ ແຕ່ຂ້ອນຂ້າງຫຼະຫຼວມ ໃນໂລກໄຊເບີ ເນື່ອງຈາກ ເຮົາບໍ່ເຄີຍຮູ້ວ່າເຈົ້າຂອງແມ່ນໃຜ ຢູ່ມຸມໃດຂອງໂລກ ແລະບໍ່ຄິດວ່າເຈົ້າຂອງຈະມາຄົ້ນພົບສິ່ງທີ່ເຮົານຳໄປໃຊ້ໂດຍລະເມີດລິຂະສິດ

ແຕ່ ມື້ໃດມື້ໜຶ່ງ ຜູ້ເປັນເຈົ້າຂອງອາດຈະຮູ້ກໍ່ເປັນໄດ້ ຫຼືຖ້າບໍ່ແມ່ນເຈົ້າຂອງ ກໍ່ອາດຈະເປັນຄົນອື່ນໆມາຮູ້ ຖ້າເຮົານຳໃຊ້ຮູບນັ້ນໃນສື່ສິ່ງພິມ ໃນເວັບໄຊ ກໍ່ອາດເປັນການສ້າງພາບພົດບໍ່ດີໃຫ້ແກ່ສະຖາບັນ ຫຼື ອາດລວມເຖິງຊັບສິນ ເມື່ອເກີດມີການຟ້ອງຮ້ອງຂຶ້ນ

ເພາະສະນັ້ນ ຄວນຈະກັນໄວ້ດີກວ່າແກ້ ຈະເປັນການດີກວ່າ



ວິຊາທີ່(ບໍ່)ຄວນສຶກສາກ່ອນເຂົ້າຫ້ອງເສັງ

(ແປະເກັບ)


ສະບາຍດີທຸກໆທ່ານທີ່ຫລົງເຂົ້າມາ


ກ່ອນອື່ນຕ້ອງຂໍບອກກ່ອນວ່າ ໄດຯນີ້ຂຽນຂຶ້ນມາເພື່ອຄວາມບັນເທີງເທົ່ານັ້ນ ແລະອອກຈະໄຮ້ສາລະຫນ້ອຍຫນຶ່ງຫາຫລາຍເຕີບ ກະລຸນາໃຊ້ວິຈາລະນະຍານໃນການອ່ານ ^_^


ສຳລັບນັກຮຽນນັກສຶກສາ ໃນຊ່ວງນີ້ກະຄົງຈະກຳລັງກຽມຈະສອບເສັງກັນຢູ່ (ຫລືບາງຄົນອາດຈະເສັງໄປແລ້ວ?)

ເມື່ອເວົ້າເຖິງການເສັງ ກະຫລີກລ້ຽງບໍ່ໄດ້ທີ່ຈະມີການ "ກ່າຍ"

ຈາກການທີ່ໄດ້ຍ່າງເຂົ້າຫ້ອງເສັງມາຫລາຍຮອບແລ້ວ ຈຶ່ງເຄີຍໄດ້ເຫັນຍຸດທະວິທີການກ່າຍຫລາກຫລາຍຮູບແບບ ເຫິໆ

ຕ້ອງຂໍບອກໄວ້ວ່າ ເມື່ອທ່ານກ້າວເຂົ້າສູ່ຫ້ອງສອບເສັງ ທ່ານຈະໄດ້ພົບກັບແດນສົນທະຍາ(?) ເຊິ່ງຜູ້ທີ່ສຶກສາວິຊາທັງຫລາຍມາຈະໃຊ້ຄວາມຮູ້ທັງຫມົດທີ່ໄດ້ຮຽນມາໃຫ້ເປັນປະໂຫຍດ ເປັນຕົ້ນແມ່ນ ສຳຜັດທັງ5 ຫລືແມ້ແຕ່ພະລັງຈິດ ຊິກເຊັ້ນ ແລະອື່ນໆ

ປະສາດສຳຜັດທຸກສ່ວນຈະຖືກເຫລົາໃຫ້ແຫລມຄົມ ຈົນຮັບຮູ້ເຖິງທຸກສັບພະສິ່ງ ແມ້ແຕ່ຕົວຫນັງສືໃນເຈ້ຍຂອງຄົນທີ່ຢູ່ໄກອອກໄປ ເຫມືອນເປັນພະລັງຈິດຢ່າງຫນຶ່ງ ຮຶໆ

ຕໍ່ໄປນີ້ຈະຂໍສະເຫນີວິຊາພະລັງຈິດທີ່ຈະເຫັນໄດ້ແຕ່ສະເພາະໃນຫ້ອງເສັງ ເຊິ່ງທ່ານໆຫລາຍໆຄົນອາດຈະເຄີຍເຫັນ ຫລືຍັງບໍ່ເຄີຍເຫັນ ນັ້ນກໍ່ຄື.......



1. ວິຊາຫູທິບ


ພົບເຫັນໄດ້ທົ່ວໄປໃນຫລາຍໆຫ້ອງເສັງ ຜູ້ທີ່ໃຊ້ວິຊານີ້ ມັກຈະມີຄວາມສາມາດໃນການຟັງເປັນເລີດ ໂດຍສະເພາະສຽງຂອງຄົນທີ່ນັ່ງຢູ່ບໍລິເວນອ້ອມຂ້າງ ພວກເຂົາຈະມີຄວາມສາມາດໃນການແຍກສຽງ ລະຫວ່າງຄຳຕອບທີ່ຖືກຕ້ອງ ແລະບົດສົນທະນາທົ່ວໄປ ເຊິ່ງຕ້ອງອາໃສຄວາມຊຳນິຊຳນານ ແລະຈິນຕະນາການສູງ


alt


ຜູ້ທີ່ບັນລຸວິຊາຫູທິບ ຈະສາມາດໄດ້ຍິນສຽງ "ຄຳຕອບ" ທີ່ຢູ່ໄກອອກໄປໄດ້ຫລາຍແມັດໄດ້ ເຖິງວ່າສຽງນັ້ນຈະເບົາປານໃດກໍ່ຕາມ

ຂໍ້ດີຂອງວິຊານີ້ ແນບນຽນ ໄຮ້ຫລັກຖານ ແລະບໍ່ມີທາງຈັບໄດ້

ຂໍ້ເສຍ ວິຊາຫຼູທິບຈະໄຮ້ປະໂຫຍດໃນທັນທີ ຖ້າຫາກໃນຫ້ອງເສັງນັ້ນ ບໍ່ມີຄົນລົມກັນ ເພາະສະນັ້ນຜູ້ທີ່ຕ້ອງການຝຶກວິຊານີ້ ຕ້ອງພິຈາລະນາໃຫ້ດີກ່ອນ




2. ວິຊາຕາທິບ


ຜູ້ທີ່ມີວິຊານີ້ ມັກຈະໄດ້ມາພ້ອມວິຊາຕາເຫລ່ ແລະວິຊາຄໍຍາວ (ອາດຈະມີວິຊາມືຍາວແຖມມານຳ) ສາມາດພົບເຫັນຜູ້ມີວິຊານີ້ໄດ້ຕາມຫ້ອງເສັງທົ່ວໄປ

ເຊັ່ນດຽວກັນກັບວິຊາຫູທິບ ເຊິ່ງຕາຂອງຜູ້ມີວິຊາຕາທິບ ຈະດີກວ່າຄົນອື່ນ ນັ້ນຄື ພວກເຂົ້າສາມາດສະແກນຫາຄຳຕອບທີ່ຖືກຕ້ອງໄດ້ໃນເວລາອັນສັ້ນ ສາມາຮຽບຮຽນປະໂຫຍກໃນສະຫມອງໄດ້ຢ່າງໄວວາ

ຖ້າເປົ້າຫມາຍຂອງພວກທີ່ໃຊ້ວິຊາຕາທິບນັ່ງຢູ່ຂ້າງໆ ຕາຂອງພວກເຂົາຈະຄ່ອຍໆເຫລ່~ໄປ ພ້ອມກັບຄໍທີ່ຄ່ອຍໆຍາວອອກ ຍາວອອກ~


alt

ຜູ້ທີ່ບັນລຸວິຊາຕາທິບ ຈະສາມາດແນມເຫັນຄຳຕອບໃນເຈ້ຍຂອງຄົນທີ່ນັ່ງຢູ່ໄກອອກໄປໄດ້ ດ້ວຍສາຍຕາທີ່ດີເປັນເລີດ ແລະແນບນຽນຈົນບໍ່ອາດຈັບໄດ້

ຂໍ້ດີ ສາມາດເບິ່ງຄຳຕອບໄດ້ໄວ ແລະງ່າຍ

ຂໍ້ເສຍ ຖ້າທ່ານຍັງຝຶກວິຊານີ້ບໍ່ສຳເລັດ ອາດມີຄວາມສຽງຕໍ່ການຖືກຈັບໄດ້ສູງ




3. ວິຊາສະກົດຈິດ


ຫລືເອີ້ນອີກແບບຫນຶ່ງຄື ວິຊາຂົ່ມຂູ່ ວິຊານີ້ ອາດຈະພົບເຫັນໄດ້ຫນ້ອຍກວ່າສອງວິຊາຂ້າງເທິງ

ຕາມເອກກະສານ(?) ອ້າງອີງວ່າ ວິຊາສະກົດຈິດ ເປັນວິຊາທີ່ແຕກຂະແຫນງມາຈາກ ວິຊາຕາທິບ

ຜູ້ທີ່ໃຊ້ວິຊາສະກົດຈິດ ຈະສາມາດໃຊ້ສາຍຕາເປັນອາວຸດ ສາມາດເຮັດໃຫ້ເປົ້າຫມາຍເຮັດຕາມທີ່ເຮົາຕ້ອງການໄດ້


alt

ສາຍຕາຂອງຜູ້ໃຊ້ວິຊາສະກົດຈິດ ອາດສາມາດຕີຄວາມຫມາຍໄດ້ຫລາຍຄວາມ ເຊັ່ນວ່າ:

"ເອົາເຈ້ຍມາໃຫ້ຂ້ອຍກ່າຍດ໋ຽວນີ້"

"ຂຽນຊື່ຂ້ອຍແທນຊື່ເຈັ້າໃນເຈ້ຍນັ້ນດ໋ຽວນີ້"

"ບອກມາຄຳຕອບແມ່ນຫຍັງ"

"ຊິໃຫ້ກ່າຍຫລືບໍ່!?"

ແລະອື່ນໆອີກສາລະພັດ ຂຶ້ນກັບຄວາມສາມາດຂອງຜູ້ໃຊ້ວິຊາ

ຜູ້ທີ່ບັນລຸວິຊາສະກົດຈິດ ຈະສາມາດສັ່ງການຜູ້ຄົນອ້ອມຂ້າງໄດ້ຕາມໃຈມັກ

ຂໍ້ດີ ເຮັດໃຫ້ສາມາດເອົາຄຳຕອບທີ່ຖືກຕ້ອງມາໄດ້ໂດຍບໍ່ເປືອງແຮງຫລາຍ

ຂໍ້ເສຍ ສ່ຽງຕໍ່ການຖືກຄົນອື່ນຊັງສູງ




4. ວິຊາເຊື່ອງຊ້ອນ


ວິຊານີ້ເປັນອີກວິຊາຫນຶ່ງທີ່ນິຍົມໃຊ້ກັນແຜ່ຫລາຍມາຕັ້ງແຕ່ອະດີດເຖິງປັດຈຸບັນ

ຜູ້ທີ່ຮຽນວິຊານີ້ ຈຳເປັນຕ້ອງມີການກຽມການລ່ວງຫນ້າ ເຊິ່ງຕ້ອງມີອຸປະກອນເລັກໆນ້ອຍໆ ພ້ອມກັບເທັກນິກ ຄວາມຊຳນານ ຂ້ອນຂ້າງສູງ ຂຶ້ນກັບຄວາມສາມາດຂອງແຕ່ລະຄົນ

ວິຊານີ້ເປັນວິຊາທີ່ຕ້ອງມີການລົງທຶນລົງແຮງ ປັບແປງປັບປຸງ ແກ້ໄຂ ເລັກໆນ້ອຍໆ ເປັນຕົ້ນແມ່ນ ການປັບປຸ່ງໃຫ້ມີ "ຖົງລັບ" ໃນເສື້ອຜ້າຂອງຜູ້ກ່ຽວ

ຫລືເທັກນິກ ວິຊາການເຊື່ອງຊ້ອນທຸກຊະນິດ ທີ່ຈະສາມາດນຳ "ເຈ້ຍນ້ອຍ" ເຂົ້າໄປໃນຫ້ອງເສັງໄດ້

ເຊັ່ນ ຍັດໃສ່ໃນຢາງລຶບ (ເປັນຕົ້ນແມ່ນຢ່າງລຶບທີ່ມີຊົບ)

alt

ບາງຄົນອາດລົງມືກະທຳການແບບຊຶ່ງໆຫນ້າ ຫລືບາງຄົນອາດຈະໃຊ້ວິທີອັນແນບນຽນແລະບໍ່ມີທາງຈັບໄດ້

ຜູ້ທີ່ບັນລຸວິຊານີ້ ຈະສາມາດນຳ "ເຈ້ຍນ້ອຍ" ເຂົ້າໄປໃນຫ້ອງເສັງເທື່ອລະຫລາຍໆໄດ້ ພ້ອມທັງສາມາດໃນການເບິ່ງ "ເຈ້ຍນ້ອຍ" ໃນຫ້ອງເສັງໄດ້ຢ່າງແນບນຽນ

ຂໍ້ດີ ສາມາດຫາຄຳຕອບທີ່ຖືກຕ້ອງ 100% ໄດ້ດ້ວຍຕົນເອງ (ຖ້າກ່າຍຖືກຂໍ້)

ຂໍ້ເສຍ ສ່ຽງຕໍ່ການຈັບໄດ້ສູງ ແລະຖ້າຖືກຈັບໄດ້ ຈະດິ້ນບໍ່ຫລຸດ ເນື່ອງຈາກມີຫລັກຖານໄວ້ໃນຄອບຄອງ ດັງນັ້ນຜູ້ທີ່ຄິດຈະຮຽນວິຊານີ້ ຄວນຈະພິຈາລະນາໃຫ້ຖີ່ຖ້ວນ




5. ວິຊາລະຫັດລັບ


ວິຊານີ້ ແຕກຂະແຫນງໄປຫລາຍສາຂາ ແລະພົບເຫັນໄດ້ຫນ້ອຍ ຈົນເກືອບຈະສາບສູນໄປຈາກຫ້ອງເສັງແລ້ວ(ຫລືບໍ່?)

ລະຫັດຂອງວິຊາລະຫັດລັບ ອາດເປັນໄປໄດ້ໃນຫລາຍຮູບແບບ ເຊັ່ນ ການສົ່ງສັນຍານ, ການຍິກຄິ້ວ, ການກະພິບຕາ, ການເຮັດບິກ ສໍ ຫລືບັນທັດຕົກ ແລະອື່ນໆ

ເຄີຍມີແບບຢ່າງຂອງວິຊາລະຫັດລັບທີ່ກາຍເປັນ "ຕຳນານ" ມາກ່ອນ ນັ້ນຄືວິຊາລະຫັດມອສ ຫລືກໍ່ຄື "ການເຄາະ"


alt


ແຕ່ເນື່ອງຈາກລະຫັດມອສເປັນລະຫັດທີ່ອ່ານໄດ້ຍາກ ມັນຈຶ່ງກາຍເປັນລະຫັສທີ່ຫາຍສາບສູນໄປຈາກຫ້ອງເສັງເປັນເວລາດົນນານແລ້ວ


alt



ຍັງມີວິຊາອີກຫລາກຫລາຍວິຊາ ທີ່ຈອມຍຸດທັງຫລາຍໃຝ່ສຶກສາ ເພື່ອໃຫ້ໄດ້ມາຊຶ່ງ "ຄຳຕອບທີ່ຖືກຕ້ອງ" ບາງຄົນສາມາດສຳເລັດວິຊາໄດ້ເຖິງຂັ້ນ "ເທບ" ເຊິ່ງອາດຕ້ອງໃຊ້ເວລາຫລາຍປີ ກວ່າຈະບັນລຸເຖິງຂັ້ນປະລຳມາຈານໄດ້

ແຕ່ ບໍ່ວ່າຈະເປັນວິຊາໃດກໍ່ຕາມ ຄວນຈະພິຈາລະນາໃຫ້ດີກ່ອນໃຊ້ ເພາະທ່ານອາດສ່ຽງຕໍ່ການຕ້ອງອອກໄປຈາກຫ້ອງເສັງໄວກ່ອນກຳນົດກໍ່ເປັນໄດ້ ແລະເມື່ອເຖິງເວລານັ້ນ ວິຊາໃດໆກໍ່ຄົງບໍ່ອາດຊ່ວຍທ່ານໃດ້ ^w^


alt



ໄດຯນີ້ ບໍ່ໄດ້ຂຽນຂຶ້ນມາເພື່ອສະຫນັບສະຫນຸນການກ່າຍແຕ່ຢ່າງໃດ

ສຸດທ້າຍນີ້ຂໍຝາກໄວ້ວ່າ ເຮັດດ້ວຍຕົນເອງ ຄວາມສາມາດຂອງຕົນເອງດີທີ່ສຸດເນີ້ທຸກທ່ານ ຮຸຮຸ

ຂໍໃຫ້ທຸກທ່ານໂຊກດີໃນການເສັງເນີ້ ^^

ຂໍອະໄພຖ້າຮູບແຕ້ມມັນອອກຈະມົ້ວໆຫນ້ອຍຫນຶ່ງ =w=



ຂໍຂອບໃຈທຸກໆທ່ານທີ່ເຂົ້າມາອ່ານ

[ເລື່ອງສັ້ນ] ຊີວິດຂອງ...

ເອົາມາແປະເກັບໄວ້

ເລື່ອງສັ້ນເລື່ອງນີ້ ເປັນເລື່ອງແນວ ສະທ້ອນສັງຄົມ + ລຶກລັບ ອາດມີຄຳສັບຫຍາບຄາຍຫນ້ອຍຫນຶ່ງ ກະຂໍອະໄພ


ເລື່ອງສັ້ນເລື່ອງນີ້ ເປັນເລື່ອງທີ່ແຕ່ງຂຶ້ນ ບໍ່ໄດ້ມາຈາກເຫດການຈິງແຕ່ປະການໃດ ກະລຸນາໃຊ້ວິຈາລະນະຍານໃນການອ່ານ

ຂອບໃຈ ^^




ເລື່ອງ ຊີວິດຂອງ...


ພໍ່ຂອງນັດຊື້ຂ້ອຍມາ ຕອນທີ່ນັດອາຍຸໄດ້ 3 ປີເຕັມ ພໍ່ຂອງນັດຊື້ຂ້ອຍເປັນຂອງຂວັນວັນເກີດຂອງນັດ

ຂ້ອຍຍັງຈື່ໄດ້ວ່າ ຕອນທຳອິດທີ່ຂ້ອຍໄດ້ພົບກັບນັດ ເດັກຄົນນັ້ນດີໃຈຫຼາຍ ເດັກນ້ອຍຜູ້ມີດວງຕາອັນບໍລິສຸດສົດໃສ ໃນຊຸດກະໂປງພອງຟູໜ້າຮັກ ແກ້ມຢຸ້ຍໆສີແດງໆຂອງນັດ ເຕັມໄປດ້ວຍຮອຍຍິ້ມ ຜົມສີດຳມັດລວບເປັນສອງຈຸກ ມັນຊ່າງເປັນການພົບກັນທີ່ໜ້າປະທັບໃຈທີ່ສຸດຂອງຂ້ອຍແລະນັດ

ນັບຕັ້ງແຕ່ຕອນນັ້ນເປັນຕົ້ນມາ ນັດກໍ່ມັກຈະອຸ້ມຂ້ອຍໄປນຳຕະຫຼອດ ບໍ່ວ່າຈະເປັນເວລາໃດ ນັດກໍ່ຈະຢູ່ນຳຂ້ອຍຕະຫຼອດເວລາ...

“ລິນລີ້ ໆ ມາຟັງນິທານນຳກັນເນາະ” ປາກສີແດງ ໆ ຂອງເດັກຍິງທີ່ຂ້ອຍຮັກແພງເວົ້າດ້ວຍນ້ຳສຽງອັນຫວານນຸ້ມ ອ່ອນລະມຸນ ຂະຫນາດທີ່ບໍ່ມີສຽງຂອງໃຜຜູ້ໃດຈະມາທຽບໄດ້

ລິນລີ້ ແມ່ນຊື່ທີ່ນັດຕັ້ງໃຫ້ຂ້ອຍ ຂ້ອຍມັກຊື່ນັ້ນ ມັກທີ່ສຸດ ຂອງທີ່ສຸດ ແລະຂ້ອຍກໍ່ມັກເວລາທີ່ນັດເອີ້ນຂ້ອຍແນວນັ້ນ ເຊັ່ນດຽວກັນ

ທຸກ ໆ ມື້ກ່ອນນອນ ນັດມັກຈະອຸ້ມຂ້ອຍໄປກອດ ພ້ອມທັງຟັງນິທານທີ່ແມ່ອ່ານໃຫ້ຟັງ ນິທານທີ່ເຕັມໄປດ້ວຍສິ່ງທີ່ສວຍງາມບໍລິສຸດ ມີທັງເຈົ້າຍິງ ເຈົ້າຊາຍ ຜາສາດສວຍງາມ ແລະທົ່ງດອກໄມ້ກວ້າງໃຫຍ່ ຂ້ອຍນອນຟັງກັບນັດ ແລະຮູ້ສຶກວ່າ ນັດນັ້ນຊ່າງເຫມືອນກັບເຈົ້າຍິງຜູ້ງົດງາມໃນນິທານພວກນັ້ນເຫລືອເກີນ… ບໍ່ຕິ… ນັດຕ້ອງງາມກວ່າພວກເຈົ້າຍິງປັນຍາອ່ອນພວກນັ້ນຢູ່ແລ້ວ

ແລະແລ້ວ ເຈົ້າຍິງນ້ອຍຂອງຂ້ອຍກໍ່ເຊືອບຫລັບໄປ ໃນຫ່ວງນິດທາອັນສະຫງົບ…





ວັນເວລາຫມຸນວຽນຜ່ານໄປ ພ້ອມກັບທຸກສິ່ງທຸກຢ່າງທີ່ຄ່ອຍປ່ຽນໄປ ນັດບໍ່ຄ່ອຍຈະພາຂ້ອຍໄປໂຮງຮຽນນຳແລ້ວ… ນັດຄ່ອຍ ໆ ປ່ຽນແປງຈາກເດີມເທື່ອລະຫນ້ອຍ ຈາກເດັກຍິງຜູ້ບໍລິສຸດ ກາຍເປັນເດັກສາວຜູ້ຫນ້າຮັກ ຊຸດກະໂປ່ງສີບົວ ກັບກາຍມາເປັນເສືອເຊີດສີຂາວ ແລະສິ້ນສີດຳ ເບິ່ງແປກຕາ


ທຸກ ໆ ເຊົ້າ ນັດຈະມາລູບຫົວຂອງຂ້ອຍ ແລ້ວອອກໄປຈາກຫ້ອງ ພຽງເທົ່ານັ້ນ ມັນກໍ່ເຮັດໃຫ້ດວງໃຈນ້ອຍ ໆ ຂອງຂ້ອຍເຕັມໄປດ້ວຍຄວາມສຸກແລ້ວ ຂ້ອຍເຂົ້າໃຈວ່ານັດຄົງຈະມີຄວາມຈຳເປັນ ຈຶ່ງບໍ່ຄ່ອຍມີເວລາໃຫ້ກັບຂ້ອຍຄືເມື່ອກ່ອນ ແຕ່ທີ່ນັດຍັງເກັບຂ້ອຍໄວ້ໃນຫ້ອງນອນ ຍັງບໍ່ລືມຂ້ອຍ ຂ້ອຍກໍ່ດີໃຈແລ້ວ…





12 ປີແລ້ວ ທີ່ຂ້ອຍໄດ້ມາຢູ່ກັບນັດ… ເວລາມັນຊ່າງຜ່ານມາໄວເຫລືອເກີນ ແລະທຸກ ໆ ຢ່າງ ກໍ່ປ່ຽນໄປຫມົດ… ຕົວຂ້ອຍທີ່ເຝົ້າແນມເບິ່ງນັດມາຕະຫລອດ 12 ປີ ຕອນນີ້ກາຍເປັນພຽງ “ຂີ້ເຫຍື້ອເກົ່າໆ” ນີ້ເອງ ບໍ່ຮູ້ວ່າ ຕັ້ງແຕ່ຕອນໃດທີ່ຂ້ອຍຖືກໂຍນລົງມາໄວ້ທີ່ກ້ອງຕຽງອັນເຕັມໄປດ້ວຍຂີ້ເຫຍື້ອ ແລະ ຂີ້ຝຸ່ນ ສັດຕົວນ້ອຍ ໆ ຈຳພວກ ມົດ ແມງມຸມ ໄຕ່ຕອມໄປຕາມຕົວຂອງຂ້ອຍ ຂ້ອຍຮູ້ສຶກເສຍໃຈ… ແຕ່ຂ້ອຍກໍ່ຍັງຄົງເຝົ້າແນມເບິ່ງເຈົ້າຍິງຂອງຂ້ອຍ

ທຸກເຊົ້າ ຂ້ອຍມັກຈະແນມລອດຊ່ອງຈາກກ້ອງຕຽງຂຶ້ນໄປ ແລະເຫັນນັດແຕ່ງຕົວຢູ່ຫນ້າແວ່ນເກືອບທຸກເວລາ… ຂ້ອຍຮູ້ສຶກອິດສາແວ່ນນັ້ນ! ເປັນຫຍັງນັດຕ້ອງແນມເບິ່ງມັນທຸກ ໆ ເຊົ້ານຳ ແລະທຸກ ໆ ຄັ້ງນັດກໍ່ມັກຈະຍິ້ມ ກ່ອນຈະເອົາແປ້ງຂາວ ໆ ມາທາທົ່ວ ໆ ຫນ້າ ເອົາບາງສິ່ງສີແດງ ໆ ມາທາປາກ ແລະເຮັດຫລາຍ ໆ ຢ່າງກັບຫນ້າຕາ ຈົນຂ້ອຍຈື່ເກືອບບໍ່ໄດ້

ເມື່ອຮອດ 8 ໂມງເຄິ່ງ ນັດຈຶ່ງຈະຟ້າວຝັ່ງອອກໄປຈາກຫ້ອງ ຫລັງຈາກທີ່ໂຍນເອົາຂອງຫລາຍ ໆ ຢ່າງ ຫນ້າແວ່ນອັນນັ້ນລົງໃສ່ໃນກະເປົ໋າຈົນເຕັມ

ຂ້ອຍໄດ້ຍິນສຽງແມ່ຂອງນັດຮ້ອງດ່າມາ ບອກໃຫ້ຟ້າວໄປບ່ອນໃດຈັກແຫ່ງທີ່ເອີ້ນວ່າ “ໂຮງຮຽນ” ຂ້ອຍເອງກໍ່ບໍ່ຄ່ອຍເຂົ້າໃຈຄືກັນ ແຕ່ ນັດເລີ່ມໄປໂຮງຮຽນຕັ້ງແຕ່ຕອນ 6-7 ປີແລ້ວ





ເຈົ້າຍິງນ້ອຍຂອງຂ້ອຍຫາຍໄປໃສ…? ນັ້ນແມ່ນຄຳຖາມທີ່ເກີດຂຶ້ນພາຍໃນຈິດໃຈຂ້ອງຂ້ອຍ

ຫລື ”ໂຮງຮຽນ” ຈະເຮັດໃຫ້ນັດປ່ຽນໄປ?! ໂຮງຮຽນເຮັດໃຫ້ນັດບໍ່ສົນໃຈຂ້ອຍ! ໂຮງຮຽນເຮັດໃຫ້ນັດຖິ້ມຂ້ອຍໄວ້ຄົນດຽວແນວນີ້! ໂຮງຮຽນເປັນສິ່ງທີ່ບໍ່ດີ!? ຂ້ອຍຕ້ອງບອກນັດ ຂ້ອຍຕ້ອງບອກໃຫ້ນັດຮູ້ ວ່າໂຮງຮຽນຈະເຮັດໃຫ້ນັດຕ້ອງປ່ຽນແປງໄປຫລາຍກວ່ານີ້ ນັດຈະຕ້ອງເຊົ້າໄປໂຮງຮຽນ! ນັດຕ້ອງເຊົາເບິ່ງແວ່ນ! ແລະນັດຕ້ອງຫັນມາສົນໃຈຂ້ອຍຄົນດຽວ!!

ແຕ່ວ່າ… ສຽງຂອງຂ້ອຍ ບໍ່ອາດສົ່ງໄປຮອດນັດອີກແລ້ວ ຂ້ອຍພາຍາຍາມຈະເວົ້າກັບນັດຕັ້ງຫລາຍເທື່ອ ແຕ່ນັດກໍ່ບໍ່ເຄີຍສົນໃຈຂ້ອຍ ຂ້ອຍຊັງທຸກສິ່ງທຸກຢ່າງ ຂ້ອຍຊັງທຸກຢ່າງທີ່ເຮັດໃຫ້ນັດປ່ຽນໄປ!! ນັດບໍ່ຫັນມາສົນໃຈຂ້ອຍອີກແລ້ວ ນັດບໍ່ລູບຫົວຂ້ອຍຄືເມື່ອກ່ອນ ນັດບໍ່ຍິ້ມບໍ່ຫົວກັບຂ້ອຍອີກແລ້ວ…

ນັດຄົງຈະບໍ່ຮັກຂ້ອຍແລ້ວ… ຂະຫນາດບາງມື້ ນັດກໍ່ຍັງບໍ່ກັບມາບ້ານ ບໍ່ມາໃຫ້ຂ້ອຍໄດ້ເຫັນຫນ້າ ຫລືບາງມື້ກັບມາ ນັດກໍ່ນອນເລີຍທັງ ໆ ຊຸດເສື້ອເຊີດສີຂາວ ແລະຜົມທີ່ຫຍຸ້ງ ໆ

ບາງມື້ຂ້ອຍໄດ້ຍິນສຽງຖຽງກັນຢ່າງຮຸນແຮງຂອງນັດກັບແມ່…

“ອາຈານໂທມາບອກວ່າມຶງບໍ່ໄປໂຮງຮຽນ!! ມຶງໄປໃສຂອງມຶງ!?”

“ເຮົາກະໄປຮຽນຫນັງສືຫັ້ນແຫລະ! ໂອ໊ຍ!!” ສຽງນັດເວົ້າດ້ວຍຄວາມລຳຄານ… ເຮິ ແມ່ມີສິດຫຍັງມາຂຶ້ນສຽງກັບເຈົ້າຍິງຂອງຂ້ອຍ! ຂ້ອຍຮູ້ສຶກໂກດແຄ້ນແມ່ຂອງນັດ ແຕ່ຂ້ອຍກໍ່ດີໃຈທີ່ນັດເຊົາໄປຮຽນແລ້ວ ຂ້ອຍຮູ້ວ່ານັດບໍ່ໄດ້ເວົ້າຄວາມຈິງ ຂ້ອຍຮູ້…

“ມຶງຢ່າມາຂີ້ຕົ໋ວະ!! ມຶງໄປໃສກັນແທ້!!!” ແມ່ຂອງນັດເວົ້າຂຶ້ນສຽງອີກຄັ້ງ

“ເຮົາສິໄປໃສກະເລື້ອງຂອງເຮົາຕວ່າເກາະ! ເຮິ!!” ສຽງນັດເວົ້າຈົບ ພ້ອມກັບສຽງປິດປະຕູດັງ ເຕີ້ງ!!

ຕັ້ງແຕ່ມື້ນັ້ນ… ນັດກໍ່ບໍ່ກັບມາອີກ ຢູ່ບ້ານງຽບເຫງົາຂຶ້ນ ພໍ່ຂອງນັດທີ່ໄປເຮັດວຽກຢູ່ຕ່າງປະເທດກໍ່ບໍ່ກັບມາຄືກັນ ແມ່ຂອງນັດຕ້ອງຢູ່ຜູ້ດຽວໃນບ້ານທີ່ງຽບເຫງົາ ແຕ່ຂ້ອຍກໍ່ບໍ່ສົນໃຈ ສິ່ງທີ່ຂ້ອຍສົນໃຈມີພຽງແຕ່ນັດເທົ່ານັ້ນ

ຂ້ອຍເຝົ້າຄອງຄອຍຖ້ານັດ ແຕ່ເຈົ້າຍິງນ້ອຍກໍ່ບໍ່ກັບມາອີກເລີຍ…

ບ້ານທີ່ງຽບເຫງົາ ມັນເລີ່ມງຽບເຫງົາຂຶ້ນກວ່າເກົ່າຕັ້ງແຕ່ຕອນໃດກໍ່ບໍ່ຮູ້… ຂ້ອຍບໍ່ຮູ້ສຶກວ່າມີໃຜອາໃສຢູ່ໃນບ້ານຫຼັງນີ້ອີກແລ້ວ ເຂັມຂອງເວລາໃນຫ້ອງຂອງນັດຍັງຄົງດັງ ຕ໊ອກ ແຕ໊ກ ຕ໊ອກ ແຕ໊ກ ແວ່ວມາໃຫ້ໄດ້ຍິນ ຂ້ອຍບໍ່ຮູ້ວ່າ ເວລາມັນຫມຸນວຽນຜ່ານໄປດົນປານໃດ ແຕ່ຂີ້ຝຸ່ນທີ່ມາເກາະຂ້ອຍມັນເລີ່ມຫລາຍຂຶ້ນເລື້ອຍ ໆ ເລື້ອຍ ໆ




ຈົນມາຮອດມື້ຫນຶ່ງ ຂ້ອຍໄດ້ຍິນສຽງເປິດປະຕູ… ຂ້ອຍຄິດວ່າຕ້ອງແມ່ນນັດແນ່ນອນ ນັດກັບມາຫາຂ້ອຍແລ້ວ

ແຕ່ສິ່ງທີ່ກ້າວເຂົ້າມາ ກັບເຮັດໃຫ້ຂ້ອຍຕົກໃຈ

ເຖິງຈະບໍ່ແມ່ນນັດ ແຕ່ຮູບຮ່າງຫນ້າຕາກໍ່ຄ້າຍກັບນັດ ນັດນ້ອຍທີ່ຂ້ອຍໄດ້ພົບເມື່ອຄັ້ງທຳອິດ ເດັກຍິງແກ້ມຢຸ້ຍ ໆ ທີ່ມັດຜົມສອງຈຸກ ເດັກຍິງເຂົ້າມາໃນຫ້ອງແລະຍິ້ມຫົວຫນ້າຮັກ ພ້ອມກັບພໍ່ແມ່ທີ່ຍາງມານຳເບື້ອງຫລັງ

“ເປັນບ້ານທີ່ເກົ່າ ແຕ່ສະພາບຍັງດີຢູ່ເນາະ ພໍ່” ສຽງແມ່ຂອງເດັກຍິງເວົ້າກັບອີກຄົນ

“ອື່ມ ແຖມຍັງເຫມາະຈະຢູ່ກັນສາມຄົນພໍ່ແມ່ລູກນຳ…”

ໃນຕອນນັ້ນເອງ ເດັກຍິງຕົວນ້ອຍຫັນກັບມາ ແລະແນມເຫັນຂ້ອຍ ຊົ່ວວິນາທີທີ່ໄດ້ສົບຕາ ຂ້ອຍຄິດເຖິງຄັ້ງທຳອິດທີ່ຂ້ອຍໄດ້ພົບກັບນັດ

ເດັກຍິງອຸ້ມຂ້ອຍອອກໄປຈາກກ້ອງຕຽງທີ່ແສນມືດມິດ ແລ້ວຕົນຕົວສີເທົາຂອງຂ້ອຍກໍ່ໄດ້ກະທົບຖືກແສງແດດເປັນຄັ້ງທຳອິດໃນຮອບຫລາຍປີ

“ແມ່ ໆ ຢູ່ຫນີ້ມີຕຸກກະຕານຳ!” ເດັກຍິງຮ້ອງຂຶ້ນດ້ວຍແວວຕາເປັນປະກາຍ

“ບໍ່ຈັບແມ້ລູກ!” ແມ່ຂອງເດັກຍິງຮ້າຍເບົາ ໆ “ມັນສົກກະປົກ… ສົງໃສຄົງຈະແມ່ນຂອງຄົນທີ່ເຄີຍຢູ່ຫນີ້ຕິເບາະ”

ເດັກຍິງງຽບໄປຈັກຫນ້ອຍຫນຶ່ງ… ລາວຫັນມາຈ້ອງແນມເບິ່ງຂ້ອຍ ແລະຍິ້ມອອກມາ

“ແຕ່ວ່າ… ມັນຄົງຈະຜ່ານເລື່ອງລາວມາຫລາຍເນາະ!”





…(ຈົບ)

...

Related Posts Plugin for WordPress, Blogger...